ກອງປະຊຸມ ຝຶກອົບຮົມເຜີຍແຜ່ວຽກງານປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ ທີ່ນະຄອນຫຼວງວຽງຈັນ
3 ມື້ຜ່ານມາໃນວັນທີ 23-27 ກຸມພາ 2026, ກົມປະເມີນ ແລະ ການຈັດຊື້-ຈັດຈ້າງ, ໄດ້ຈັດກອງປະຊຸມຝຶກອົບຮົມເຜີຍແຜ່ວຽກງານປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ອຸດາລອນ ສີໂພວົງ ຮອງຫົວໜ້າກົມປະເມີນ ແລະ ການຈັດຊື້-ຈັດຈ້າງ, ທ່ານ ນາງ ສຸລິດາວັນ ແກ້ວວິໄລວັນ ຮອງຫົວໜ້າ ພະແນກການເງິນນະຄອນຫຼວງວຽງຈັນ, ມີຜູ້ຕາງໜ້າຈາກ ກະຊວງຖະແຫຼ່ງ, ວັດທະນະທໍາ ແລະ ທ່ອງທ່ຽວ, ກະຊວງປ້ອງກັນຄວາມສະຫງົບ, ພ້ອມທັງຂະແໜງການກ່ຽວ ຂ້ອງອ້ອມຂ້າງນະຄອນຫຼວງເຂົ້າຮ່ວມ. 🔷 ໂອກາດນີ້, ທ່ານ ນາງ ອຸດາລອນ ສີໂພວົງ ໄດ້ມີຄຳເຫັນວ່າ: ກອງປະຊຸມຝຶກອົບຮົມວຽກງານປະເມີນຜົນ ແລະ ການຈັດຊື້້-ຈັດຈ້າງ ຈະເປັນພື້ນຖານອັນດີໃຫ້ແກ່ທຸກພາກສ່ວນ ໄດ້ນຳໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດວຽກງານດັ່ງ ກ່າວໃນຂົງເຂດຄວາມຮັບຜິດຊອບຂອງບັນດາທ່ານ. 🔷ວຽກງານປະເມີນ-ປະເມີນຜົນການລົງທຶນຂອງລັດ ແລະ ວຽກງານການຈັດຊື້້-ຈັດຈ້າງດ້ວຍທຶນຂອງລັດ ທັງສອງວຽກນີ້ຖືວ່າເປັນວຽກທີ່ສຳຄັນ, ຕິດພັນໂດຍກົງກັບການນໍາໃຊ້ງົບປະມານຂອງລັດ ແນໃສ່ຄຸ້ມຄອງໂຄງການລົງທຶນຂອງລັດ ແລະ ການນຳໃຊ້ທຶນຂອງລັດໃຫ້ມີຄວາມສອດຄ່ອງ, ມີປະສິດທິຜົນ, ມີປະສິດທິພາບ, ປະຢັດ, ຍຸຕິທຳ, ໂປ່ງໃສ, ບົນພຶ້ນຖານ ລະບຽບການ, ມີນິຕິກຳທີ່ເປັນບ່ອນອີງ ເປັນຕົ້ນ: ກົດໝາຍວ່າດ້ວຍການລົງທຶນຂອງລັດ, ຄໍາແນະນໍາກ່ຽວກັບການຈັດຕັ້ງປະຕິບັດວຽກງານປະເມີນຜົນໂຄງການລົງທຶນຂອງລັດ, ກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ສະບັບເລກທີ 30/ສພຊ, ລົງວັນທີ 2 ພະຈິກ 2017 ແລະ ຄໍາແນະນໍາກົດໝາຍ ສະບັບເລກທີ 0477/ກງ, ລົງວັນທີ 13 ກຸມພາ 2019 ນອກນັ້ນ, ກໍ່ມີຄູ່ມືຈັດຊື້-ຈັດຈ້າງ, ແບບຟອມເອກະສານການປະມູນ, ເອກະສານປະເມີນຜົນການເປີດຊອງປະມູນ, ມີເວບໄຊຈັດຊື້-ຈັດຈ້າງ ແລະ ແບບຟອມຕ່າງໆ ທີ່ຕິດພັນຂັ້ນຕອນ ແລະ ຂະບວນການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ. 🔷ນອກນັ້ນ, ຫຼັງຈາກຄະນດັ່ງກ່າວໄດ້ລົງຢຽມຢາມ ປະເມີນຜົນໂຄງການລົງທຶນຂອງລັດ ຄັນ ເພື່ອເຮັດໃຫ້ການລົງທຶນຂອງລັດດຳເນີນໄປຢ່າງຖືກຕ້ອງ ສອດຄອງກັບ, ກົດໝາຍ, ນະໂຍບາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ມີຄວາມຍືນຍົງ ແລະ ມີຄວາມໂປງໃສ, ວຽກງານການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ການສະໜອງວັດຖຸອຸປະກອນ ແລະ ສິ່ງອຳນວຍຄວາມສະດວກໃຫ້ແກ່ການກໍ່ສ້າງພື້ນຖານໂຄງລ່າງ ແລະ ປະສິດທິຜົນສູງ ແລະ ຝຶກອົບຮົມວຽກງານການປະເມີນຜົນໂຄງການ, ວຽກງານຈັດຊື້-ຈັດຈ້າງ ເພື່ອຮັບປະກັນໃຫ້ວຽກງານດັ່ງກ່າວເຄື່ອນໄຫວຢ່າງມີປະສິດທິພາບ.
ໃນວັນທີ 23-27 ກຸມພາ 2026, ກົມປະເມີນ ແລະ ການຈັດຊື້-ຈັດຈ້າງ, ໄດ້ຈັດກອງປະຊຸມຝຶກອົບຮົມເຜີຍແຜ່ວຽກງານປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ອຸດາລອນ ສີໂພວົງ ຮອງຫົວໜ້າກົມປະເມີນ ແລະ ການຈັດຊື້-ຈັດຈ້າງ, ທ່ານ ນາງ ສຸລິດາວັນ ແກ້ວວິໄລວັນ ຮອງຫົວໜ້າ ພະແນກການເງິນນະຄອນຫຼວງວຽງຈັນ, ມີຜູ້ຕາງໜ້າຈາກ ກະຊວງຖະແຫຼ່ງ, ວັດທະນະທໍາ ແລະ ທ່ອງທ່ຽວ, ກະຊວງປ້ອງກັນຄວາມສະຫງົບ, ພ້ອມທັງຂະແໜງການກ່ຽວ ຂ້ອງອ້ອມຂ້າງນະຄອນຫຼວງເຂົ້າຮ່ວມ. 🔷 ໂອກາດນີ້, ທ່ານ ນາງ ອຸດາລອນ ສີໂພວົງ ໄດ້ມີຄຳເຫັນວ່າ: ກອງປະຊຸມຝຶກອົບຮົມວຽກງານປະເມີນຜົນ ແລະ ການຈັດຊື້້-ຈັດຈ້າງ ຈະເປັນພື້ນຖານອັນດີໃຫ້ແກ່ທຸກພາກສ່ວນ ໄດ້ນຳໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດວຽກງານດັ່ງ ກ່າວໃນຂົງເຂດຄວາມຮັບຜິດຊອບຂອງບັນດາທ່ານ. 🔷ວຽກງານປະເມີນ-ປະເມີນຜົນການລົງທຶນຂອງລັດ ແລະ ວຽກງານການຈັດຊື້້-ຈັດຈ້າງດ້ວຍທຶນຂອງລັດ ທັງສອງວຽກນີ້ຖືວ່າເປັນວຽກທີ່ສຳຄັນ, ຕິດພັນໂດຍກົງກັບການນໍາໃຊ້ງົບປະມານຂອງລັດ ແນໃສ່ຄຸ້ມຄອງໂຄງການລົງທຶນຂອງລັດ ແລະ ການນຳໃຊ້ທຶນຂອງລັດໃຫ້ມີຄວາມສອດຄ່ອງ, ມີປະສິດທິຜົນ, ມີປະສິດທິພາບ, ປະຢັດ, ຍຸຕິທຳ, ໂປ່ງໃສ, ບົນພຶ້ນຖານ ລະບຽບການ, ມີນິຕິກຳທີ່ເປັນບ່ອນອີງ ເປັນຕົ້ນ: ກົດໝາຍວ່າດ້ວຍການລົງທຶນຂອງລັດ, ຄໍາແນະນໍາກ່ຽວກັບການຈັດຕັ້ງປະຕິບັດວຽກງານປະເມີນຜົນໂຄງການລົງທຶນຂອງລັດ, ກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ສະບັບເລກທີ 30/ສພຊ, ລົງວັນທີ 2 ພະຈິກ 2017 ແລະ ຄໍາແນະນໍາກົດໝາຍ ສະບັບເລກທີ 0477/ກງ, ລົງວັນທີ 13 ກຸມພາ 2019 ນອກນັ້ນ, ກໍ່ມີຄູ່ມືຈັດຊື້-ຈັດຈ້າງ, ແບບຟອມເອກະສານການປະມູນ, ເອກະສານປະເມີນຜົນການເປີດຊອງປະມູນ, ມີເວບໄຊຈັດຊື້-ຈັດຈ້າງ ແລະ ແບບຟອມຕ່າງໆ ທີ່ຕິດພັນຂັ້ນຕອນ ແລະ ຂະບວນການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ. 🔷ນອກນັ້ນ, ຫຼັງຈາກຄະນດັ່ງກ່າວໄດ້ລົງຢຽມຢາມ ປະເມີນຜົນໂຄງການລົງທຶນຂອງລັດ ຄັນ ເພື່ອເຮັດໃຫ້ການລົງທຶນຂອງລັດດຳເນີນໄປຢ່າງຖືກຕ້ອງ ສອດຄອງກັບ, ກົດໝາຍ, ນະໂຍບາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ມີຄວາມຍືນຍົງ ແລະ ມີຄວາມໂປງໃສ, ວຽກງານການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ການສະໜອງວັດຖຸອຸປະກອນ ແລະ ສິ່ງອຳນວຍຄວາມສະດວກໃຫ້ແກ່ການກໍ່ສ້າງພື້ນຖານໂຄງລ່າງ ແລະ ປະສິດທິຜົນສູງ ແລະ ຝຶກອົບຮົມວຽກງານການປະເມີນຜົນໂຄງການ, ວຽກງານຈັດຊື້-ຈັດຈ້າງ ເພື່ອຮັບປະກັນໃຫ້ວຽກງານດັ່ງກ່າວເຄື່ອນໄຫວຢ່າງມີປະສິດທິພາບ.
ວັນທີອອກຂ່າວ: 27-02-2026