ກະຊວງການເງິນ ຄົ້ນຄວ້າປັບປຸງກົດໝາຍ ວ່າດ້ວຍການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ (ສະບັບປັບປຸງ)
1 ອາທິດຜ່ານມາໃນວັນທີ 13 ກຸມພາ 2026, ກະຊວງການເງິນ ໄດ້ຈັດກອງປະຊຸມ ຄະນະຮັບຜິດຊອບຊີ້ນໍາລວມ ແລະ ຄະນະວິຊາການ ເພື່ອຄົ້ນຄວ້າປັບປຸງກົດໝາຍ ວ່າດ້ວຍການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງການເງິນ ແລະ ທ່ານ ກົງຈິ ຢ່າງຈື່ ຮອງລັດຖະມົນຕີ ກະຊວງຍຸຕິທໍາ, ມີຄະນະກົມ ແລະ ວິຊາການ ບັນດາກົມກ່ຽວຂ້ອງ ຂອງ 02 ກະຊວງ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ເພື່ອຄົ້ນຄວ້າສ້າງ “ຮ່າງ” ກົດໝາຍ ວ່າດ້ວຍການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ (ສະບັບປັບປຸງ) ເຊິ່ງທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງການເງິນ ໃຫ້ຮູ້ວ່າ: ວຽກງານການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ ແມ່ນວຽກໜຶ່ງທີ່ສໍາຄັນໃນການຄຸ້ມຄອງລາຍຈ່າຍຂອງລັດ ທັງເປັນການຕ້ານການຟຸມເຟືອຍຕາມນະໂຍບາຍ ຂອງລັດຖະບານ ເພື່ອເຮັດໃຫ້ການນໍາໃຊ້ງົບປະມານຂອງລັດ ມີປະສິດທິຜົນສູງສຸດ; ດ້ວຍເຫດນັ້ນ ໃນປີ 2017 ສະພາແຫ່ງຊາດ ຈຶ່ງໄດ້ຮັບຮອງເອົາກົດໝາຍ ວ່າດ້ວຍການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ ສະບັບເລກທີ 30/ສພຊ, ລົງວັນທີ 02 ພະຈິກ 2017 ໃນການຈັດຕັ້ງປະຕິບັດກົດໝາຍໃນໄລ ຍະຜ່ານມາ. ປັດຈຸບັນ ກົດໝາຍດັ່ງກ່າວ ເຫັນວ່າມີຄວາມຈໍາເປັນຕ້ອງໄດ້ປັບປຸງບາງເນື້ອໃນ ທີ່ຍັງບໍ່ທັນຄົບຖ້ວນ ແລະ ແທດເໝາະ ຕໍ່ກັບສະພາບຂອງຍຸກສະໄໝ, ການເໜັງຕີງຂອງສິນຄ້າໃນທ້ອງຕະຫຼາດ, ສິນຄ້ານໍາເຂົ້າ; ອັດຕາເງິນເຟີ້ ທີ່ເປັນສາເຫດຫຼັກ ທີ່ເຮັດໃຫ້ການຈັດຕັ້ງປະຕິບັດ ການປະມູນຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ ທີ່ພົບຄວາມຫຍຸ້ງ ແລະ ບາງເນື້ອໃນທີ່ໄດ້ຮັບການສ່ອງແສງຈາກບັນດາໜ່ວຍງານຈັດຊື້-ຈັດຈ້າງ ຂອງບັນດາກະຊວງ, ອົງການ, ປະຊາຊົນ ສະເຫນີໃຫ້ປັບປຸງ ແລະ ໄດ້ມີບັນດາເອກະສານຕ່າງໆ ທີ່ຕິດພັນກັບການປະມູນຈັດຊື້ເພື່ອໃຫ້ແທດເໝາະ ໂດຍສະເພາະການຈັດຕັ້ງປະຕິບັດກົດໝາຍ ທີ່ມີຄວາມສໍາຄັນໃນການຜັນຂະຫຍາຍກົດໝາຍ, ລວມທັງຕ້ອງໄດ້ແນະນໍາຂັ້ນຕອນການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ ໃຫ້ມີຄວາມລະອຽດ, ຊັດເຈນ, ມີຄວາມໂປ່ງໃສ, ສາມາດກວດສອບໄດ້. ຕໍ່ສະພາບຄວາມຮຽກຮ້ອງຕ້ອງການຂອງວຽກງານດັ່ງກ່າວ ຈຶ່ງໄດ້ອອກຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາລວມ ແລະ ຄະນະວິຊາການ ເພື່ອຄົ້ນຄວ້າປັບປຸງ ກົດຫມາຍ ວ່າດ້ວຍການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ ສະບັບເລກທີ 0262/ກງ, ລົງວັນທີ 22 ມັງກອນ 2026. ການປັບປຸງກົດໝາຍສະບັບນີ້ ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນຫຼາຍຂຶ້ນ ເປັນຕົ້ນ: 1. ອົງການຄຸ້ມຄອງການຄຸ້ມຄອງການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ; 2. ການນໍາໃຊ້ການຈັດຊື້-ຈັດຈ້າງທາງເອເລັກໂຕນິກ (E-procurement); 3. ການແບ່ງຂັ້ນຄຸ້ມຄອງລະຫວ່າງສູນກາງ ແລະ ທ້ອງຖິ່ນ ເປັນຕົ້ນງົບປະມານສູນກາງ ແຕ່ໂຄງການຕັ້ງຢູ່ທ້ອງຖິ່ນ; 4. ມາດຕະການຄຸ້ມຄອງ ແລະ ນໍາໃຊ້ເວບໄຊ ຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ ຂອງບັນດາກະຊວງ, ອົງການຂັ້ນສູນກາງ ແລະ ລົງຮອດຂັ້ນທ້ອງຖິ່ນ ເພື່ອລວມສູນຂໍ້ມູນຕ່າງໆກ່ຽວກັບການຈັດຕັ້ງປະຕິບັດຈັດຊື້-ຈັດຈ້າງ ແລະ ທັງເປັນການລົງແຈ້ງການເຊີນປະມູນຕ່າງໆ ໃນລະບົບທັນສະໄຫມ ທີ່ທຸກຄົນສາມາດເຂົ້າເຖິງຂໍ້ມູນຂ່າວສານຢ່າງວ່ອງໄວ ແລະ ງ່າຍດາຍ; 5. ກໍານົດເງື່ອນໄຂລະອຽດກ່ຽວກັບຮູບແບບການປະມູນວົງແຄບ; 6. ການແຈກຢາຍຊອງປະມູນ ແລະ ການຂາຍຊອງປະມູນ ທີ່ຍັງມີຂໍ້ຈໍາກັດຢູ່ຈຸດດຽວ ຊຶ່ງຕ້ອງໃຫ້ມີການຂາຍຊອງປະມູນຢ່າງເປີດກວ້າງ, ມີຫຼາຍສະຖານທີ່ ຊຶ່ງຜູ້ປະມູນສາມາດພົວພັນຊື້ຊອງປະມູນໄດ້ ເພີ່ມເງື່ອນໄຂໃຫ້ມີການແຂ່ງຂັນຢ່າງແທ້ຈິງ ແລະ ມີການແຂ່ງຂັນຫຼາຍຂຶ້ນກວ່າເກົ່າ; 7. ກໍານົດມາດຕະການຕໍ່ພາກສ່ວນທີ່ປະຕິບັດການປະມູນບໍ່ຖືກຕ້ອງ; 8. ກວດກາຄືນໂຄງການທີ່ມີການປະມູນລາຄາທີ່ສູງຜິດປົກກະຕິ ແລະ ບັນຫາອື່ນໆ.
ໃນວັນທີ 13 ກຸມພາ 2026, ກະຊວງການເງິນ ໄດ້ຈັດກອງປະຊຸມ ຄະນະຮັບຜິດຊອບຊີ້ນໍາລວມ ແລະ ຄະນະວິຊາການ ເພື່ອຄົ້ນຄວ້າປັບປຸງກົດໝາຍ ວ່າດ້ວຍການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງການເງິນ ແລະ ທ່ານ ກົງຈິ ຢ່າງຈື່ ຮອງລັດຖະມົນຕີ ກະຊວງຍຸຕິທໍາ, ມີຄະນະກົມ ແລະ ວິຊາການ ບັນດາກົມກ່ຽວຂ້ອງ ຂອງ 02 ກະຊວງ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ເພື່ອຄົ້ນຄວ້າສ້າງ “ຮ່າງ” ກົດໝາຍ ວ່າດ້ວຍການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ (ສະບັບປັບປຸງ) ເຊິ່ງທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງການເງິນ ໃຫ້ຮູ້ວ່າ: ວຽກງານການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ ແມ່ນວຽກໜຶ່ງທີ່ສໍາຄັນໃນການຄຸ້ມຄອງລາຍຈ່າຍຂອງລັດ ທັງເປັນການຕ້ານການຟຸມເຟືອຍຕາມນະໂຍບາຍ ຂອງລັດຖະບານ ເພື່ອເຮັດໃຫ້ການນໍາໃຊ້ງົບປະມານຂອງລັດ ມີປະສິດທິຜົນສູງສຸດ; ດ້ວຍເຫດນັ້ນ ໃນປີ 2017 ສະພາແຫ່ງຊາດ ຈຶ່ງໄດ້ຮັບຮອງເອົາກົດໝາຍ ວ່າດ້ວຍການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ ສະບັບເລກທີ 30/ສພຊ, ລົງວັນທີ 02 ພະຈິກ 2017 ໃນການຈັດຕັ້ງປະຕິບັດກົດໝາຍໃນໄລ ຍະຜ່ານມາ. ປັດຈຸບັນ ກົດໝາຍດັ່ງກ່າວ ເຫັນວ່າມີຄວາມຈໍາເປັນຕ້ອງໄດ້ປັບປຸງບາງເນື້ອໃນ ທີ່ຍັງບໍ່ທັນຄົບຖ້ວນ ແລະ ແທດເໝາະ ຕໍ່ກັບສະພາບຂອງຍຸກສະໄໝ, ການເໜັງຕີງຂອງສິນຄ້າໃນທ້ອງຕະຫຼາດ, ສິນຄ້ານໍາເຂົ້າ; ອັດຕາເງິນເຟີ້ ທີ່ເປັນສາເຫດຫຼັກ ທີ່ເຮັດໃຫ້ການຈັດຕັ້ງປະຕິບັດ ການປະມູນຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ ທີ່ພົບຄວາມຫຍຸ້ງ ແລະ ບາງເນື້ອໃນທີ່ໄດ້ຮັບການສ່ອງແສງຈາກບັນດາໜ່ວຍງານຈັດຊື້-ຈັດຈ້າງ ຂອງບັນດາກະຊວງ, ອົງການ, ປະຊາຊົນ ສະເຫນີໃຫ້ປັບປຸງ ແລະ ໄດ້ມີບັນດາເອກະສານຕ່າງໆ ທີ່ຕິດພັນກັບການປະມູນຈັດຊື້ເພື່ອໃຫ້ແທດເໝາະ ໂດຍສະເພາະການຈັດຕັ້ງປະຕິບັດກົດໝາຍ ທີ່ມີຄວາມສໍາຄັນໃນການຜັນຂະຫຍາຍກົດໝາຍ, ລວມທັງຕ້ອງໄດ້ແນະນໍາຂັ້ນຕອນການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ ໃຫ້ມີຄວາມລະອຽດ, ຊັດເຈນ, ມີຄວາມໂປ່ງໃສ, ສາມາດກວດສອບໄດ້. ຕໍ່ສະພາບຄວາມຮຽກຮ້ອງຕ້ອງການຂອງວຽກງານດັ່ງກ່າວ ຈຶ່ງໄດ້ອອກຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາລວມ ແລະ ຄະນະວິຊາການ ເພື່ອຄົ້ນຄວ້າປັບປຸງ ກົດຫມາຍ ວ່າດ້ວຍການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ ສະບັບເລກທີ 0262/ກງ, ລົງວັນທີ 22 ມັງກອນ 2026. ການປັບປຸງກົດໝາຍສະບັບນີ້ ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນຫຼາຍຂຶ້ນ ເປັນຕົ້ນ: 1. ອົງການຄຸ້ມຄອງການຄຸ້ມຄອງການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ; 2. ການນໍາໃຊ້ການຈັດຊື້-ຈັດຈ້າງທາງເອເລັກໂຕນິກ (E-procurement); 3. ການແບ່ງຂັ້ນຄຸ້ມຄອງລະຫວ່າງສູນກາງ ແລະ ທ້ອງຖິ່ນ ເປັນຕົ້ນງົບປະມານສູນກາງ ແຕ່ໂຄງການຕັ້ງຢູ່ທ້ອງຖິ່ນ; 4. ມາດຕະການຄຸ້ມຄອງ ແລະ ນໍາໃຊ້ເວບໄຊ ຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ ຂອງບັນດາກະຊວງ, ອົງການຂັ້ນສູນກາງ ແລະ ລົງຮອດຂັ້ນທ້ອງຖິ່ນ ເພື່ອລວມສູນຂໍ້ມູນຕ່າງໆກ່ຽວກັບການຈັດຕັ້ງປະຕິບັດຈັດຊື້-ຈັດຈ້າງ ແລະ ທັງເປັນການລົງແຈ້ງການເຊີນປະມູນຕ່າງໆ ໃນລະບົບທັນສະໄຫມ ທີ່ທຸກຄົນສາມາດເຂົ້າເຖິງຂໍ້ມູນຂ່າວສານຢ່າງວ່ອງໄວ ແລະ ງ່າຍດາຍ; 5. ກໍານົດເງື່ອນໄຂລະອຽດກ່ຽວກັບຮູບແບບການປະມູນວົງແຄບ; 6. ການແຈກຢາຍຊອງປະມູນ ແລະ ການຂາຍຊອງປະມູນ ທີ່ຍັງມີຂໍ້ຈໍາກັດຢູ່ຈຸດດຽວ ຊຶ່ງຕ້ອງໃຫ້ມີການຂາຍຊອງປະມູນຢ່າງເປີດກວ້າງ, ມີຫຼາຍສະຖານທີ່ ຊຶ່ງຜູ້ປະມູນສາມາດພົວພັນຊື້ຊອງປະມູນໄດ້ ເພີ່ມເງື່ອນໄຂໃຫ້ມີການແຂ່ງຂັນຢ່າງແທ້ຈິງ ແລະ ມີການແຂ່ງຂັນຫຼາຍຂຶ້ນກວ່າເກົ່າ; 7. ກໍານົດມາດຕະການຕໍ່ພາກສ່ວນທີ່ປະຕິບັດການປະມູນບໍ່ຖືກຕ້ອງ; 8. ກວດກາຄືນໂຄງການທີ່ມີການປະມູນລາຄາທີ່ສູງຜິດປົກກະຕິ ແລະ ບັນຫາອື່ນໆ.
ວັນທີອອກຂ່າວ: 13-02-2026