ກອງປະຊຸມປຶກສາຫາລື ກ່ຽວກັບກົນໄກ ແລະ ຂັ້ນຕອນການຄຸ້ມຄອງລະບົບການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ແບບເອເລັກໂຕນິກ
1 ອາທິດຜ່ານມາໃນວັນທີ 02 ກຸມພາ 2026 ເວລາ 09:00 ໂມງ ທີ່ຫ້ອງປະຊຸມທັນສະໄໝ (ຊັ້ນ 01) ກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ກະຊວງການເງິນ (ຕຶກແຄມຂອງ) ໂດຍການເປັນປະທານຂອງທ່ານ ອຸຕະແກ້ວ ແກ້ວດວງສິນ ຫົວໜ້າກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ກະຊວງກາເງິນ ໂດຍໄດ້ຮ່ວມເຮັດວຽກກັບຄະນະຊ່ຽວຊານຈາກບໍລິສັດເຕັກໂນ ເບຣນ (ຜູ້ພັດທະນາ) ແລະ ບໍລິສັດທີ່ປຶກສາສາກົນ ເດລອຍ ພ້ອມທັງຄະນະຈາກທະນາຄານໂລກ ເພື່ອສຶກສາຂໍ້ມູນ ກ່ຽວກັບກົນໄກ ແລະ ຂັ້ນຕອນການຄຸ້ມຄອງລະບົບການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ແບບເອເລັກໂຕນິກ ເພື່ອເປັນຂໍ້ມູນສຶກສາການເຊື່ອມຕໍ່ ໃນການກະກຽມຈັດຕັ້ງປະຕິບັດການພັດທະນາ ລະບົບລວມສູນການຄຸ້ມຄອງຂໍ້ມູນຂ່າວສານການເງິນ (IFMIS) ຂອງກະຊວງການເງິນ.ພ້ອມດຽວກັນນນີ້ ກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ກະຊວງການເງິນ ນໍາສະເໜີກ່ຽວກັບການພັດທະນາລະບົບ, ທັງສອງຝ່າຍກໍ່ໄດ້ປຶກສາຫລື ແລະ ແລກປ່ຽນຄໍາຄິດຄໍາເຫັນໃສ່ລະບົບ ຢ່າງກົງໄປກົງມາ ເພຶ່ອເຮັດໃຫ້ລະບົບສອດຄ່ອງຕາມນິຕິກໍາ ແລະ ຫັນເປັນທັນສະໄໝ ເຂົ້າໃນວຽກງານຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ.
ໃນວັນທີ 02 ກຸມພາ 2026 ເວລາ 09:00 ໂມງ ທີ່ຫ້ອງປະຊຸມທັນສະໄໝ (ຊັ້ນ 01) ກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ກະຊວງການເງິນ (ຕຶກແຄມຂອງ) ໂດຍການເປັນປະທານຂອງທ່ານ ອຸຕະແກ້ວ ແກ້ວດວງສິນ ຫົວໜ້າກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ກະຊວງກາເງິນ ໂດຍໄດ້ຮ່ວມເຮັດວຽກກັບຄະນະຊ່ຽວຊານຈາກບໍລິສັດເຕັກໂນ ເບຣນ (ຜູ້ພັດທະນາ) ແລະ ບໍລິສັດທີ່ປຶກສາສາກົນ ເດລອຍ ພ້ອມທັງຄະນະຈາກທະນາຄານໂລກ ເພື່ອສຶກສາຂໍ້ມູນ ກ່ຽວກັບກົນໄກ ແລະ ຂັ້ນຕອນການຄຸ້ມຄອງລະບົບການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ແບບເອເລັກໂຕນິກ ເພື່ອເປັນຂໍ້ມູນສຶກສາການເຊື່ອມຕໍ່ ໃນການກະກຽມຈັດຕັ້ງປະຕິບັດການພັດທະນາ ລະບົບລວມສູນການຄຸ້ມຄອງຂໍ້ມູນຂ່າວສານການເງິນ (IFMIS) ຂອງກະຊວງການເງິນ.ພ້ອມດຽວກັນນນີ້ ກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ກະຊວງການເງິນ ນໍາສະເໜີກ່ຽວກັບການພັດທະນາລະບົບ, ທັງສອງຝ່າຍກໍ່ໄດ້ປຶກສາຫລື ແລະ ແລກປ່ຽນຄໍາຄິດຄໍາເຫັນໃສ່ລະບົບ ຢ່າງກົງໄປກົງມາ ເພຶ່ອເຮັດໃຫ້ລະບົບສອດຄ່ອງຕາມນິຕິກໍາ ແລະ ຫັນເປັນທັນສະໄໝ ເຂົ້າໃນວຽກງານຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ.
ວັນທີອອກຂ່າວ: 02-02-2026