ກອງປະຊຸມຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ພະນັກງານ-ລັດຖະກອນ ຂອງຂະແໜງການເງິນ ຂອບເຂດທົ່ວປະເທດໃນການຄຸ້ມຄອງການເງິນແຫ່ງລັດ ເພື່ອຮັບປະກັນຄຸນນະພາບຂອງບຸກຂະລາກອນ ທີ່ປະກອບໃສ່ໃນແຕ່ລະຂະແໜງການ
1 ອາທິດຜ່ານມາໃນວັນທີ່ 29 ມັງກອນ 2026 ທີ່ສະຖາບັນເສດຖະກິດ-ການເງິນ ໄດ້ຈັດກອງປະຊຸມຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ພະນັກງານ-ລັດຖະກອນ ຂອງຂະແໜງການເງິນ ຂອບເຂດທົ່ວປະເທດໃນການຄຸ້ມຄອງການເງິນແຫ່ງລັດ ເພື່ອຮັບປະກັນຄຸນນະພາບຂອງບຸກຂະລາກອນ ທີ່ປະກອບໃສ່ໃນແຕ່ລະຂະແໜງການ. ໂດຍໄດ້ມີ ທ່ານ ທິວາກອນ ສຸລິຈັກ ແລະ ທ່ານ ຫົງຄຳ ບຸດດາຄຳ ຮອງຫົວໜ້າພະແນກຄຸ້ມຄອງການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ກະຊວງການເງິນ ເປັນວິທະຍາກອນນຳສະເໜິກ່ຽວກັບ ພາກລວມ, ຫຼັກການ ພ້ອມທັງນຳສະເໜີຂັ້ນຕອນລະອຽດກ່ຽວກັບການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ແລະ ແບບຟ້ອມຕ່າງໆ. ນອກຈາກນີ້ຍັງໄດ້ນຳພານັກສຳມະນາກອນເຮັດຕົວຈິງເພື່ອໃຫ້ກຳໄດ້ລະອຽດຕໍ່ກັບວຽກງານຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ.
ໃນວັນທີ່ 29 ມັງກອນ 2026 ທີ່ສະຖາບັນເສດຖະກິດ-ການເງິນ ໄດ້ຈັດກອງປະຊຸມຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ພະນັກງານ-ລັດຖະກອນ ຂອງຂະແໜງການເງິນ ຂອບເຂດທົ່ວປະເທດໃນການຄຸ້ມຄອງການເງິນແຫ່ງລັດ ເພື່ອຮັບປະກັນຄຸນນະພາບຂອງບຸກຂະລາກອນ ທີ່ປະກອບໃສ່ໃນແຕ່ລະຂະແໜງການ. ໂດຍໄດ້ມີ ທ່ານ ທິວາກອນ ສຸລິຈັກ ແລະ ທ່ານ ຫົງຄຳ ບຸດດາຄຳ ຮອງຫົວໜ້າພະແນກຄຸ້ມຄອງການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ກະຊວງການເງິນ ເປັນວິທະຍາກອນນຳສະເໜິກ່ຽວກັບ ພາກລວມ, ຫຼັກການ ພ້ອມທັງນຳສະເໜີຂັ້ນຕອນລະອຽດກ່ຽວກັບການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ແລະ ແບບຟ້ອມຕ່າງໆ. ນອກຈາກນີ້ຍັງໄດ້ນຳພານັກສຳມະນາກອນເຮັດຕົວຈິງເພື່ອໃຫ້ກຳໄດ້ລະອຽດຕໍ່ກັບວຽກງານຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ.
ວັນທີອອກຂ່າວ: 02-02-2026