ຝຶກອົບຮົມວຽກງານປະເມີນຜົນ ແລະ ການຈັດຊື້-ຈັດຈ້າງໃນບັນດາຂະແໜງການອ້ອມຂ້າງນະຄອນຫຼວງວຽງຈັນ
2 ອາທິດຜ່ານມາໃນວັນທີ 25-31 ທັນວາ 2025, ກົມປະເມີນ ແລະ ການຈັດຊື້-ຈັດຈ້າງ, ໄດ້ຈັດກອງປະຊຸມຝຶກອົບຮົມວຽກງານປະເມີນຜົນ ແລະ ການຈັດຊື້້-ຈັດຈ້າງ, ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ອຸດາລອນ ສີໂພວົງ ຮອງຫົວໜ້າກົມປະເມີນ ແລະ ການຈັດຊື້-ຈັດຈ້າງ, ທ່ານ ນາງ ສຸລິດາວັນ ແກ້ວວິໄລວັນ ຮອງຫົວໜ້າ ພະແນກການເງິນນະຄອນຫຼວງວຽງຈັນ, ມີຜູ້ຕາງໜ້າຈາກຫ້ອງວ່າການປົກຄອງເມືອງ 9 ຕົວເມືອງ, ພະແນກການ, ອົງການທຽບເທົ່າ ພ້ອມທັງຂະແໜງການກ່ຽວ ຂ້ອງອ້ອມຂ້າງນະຄອນຫຼວງເຂົ້າຮ່ວມ. 🔷 ໂອກາດນີ້, ທ່ານ ນາງ ອຸດາລອນ ສີໂພວົງ ໄດ້ມີຄຳເຫັນວ່າ: ກອງປະຊຸມຝຶກອົບຮົມວຽກງານປະເມີນຜົນ ແລະ ການຈັດຊື້້-ຈັດຈ້າງ ຈະເປັນພື້ນຖານອັນດີໃຫ້ແກ່ທຸກພາກສ່ວນ ໄດ້ນຳໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດວຽກງານດັ່ງ ກ່າວໃນຂົງເຂດຄວາມຮັບຜິດຊອບຂອງບັນດາທ່ານ ໂດຍສະເພາະແມ່ນບັນດາຂະແໜງການອ້ອມຂ້າງແຂວງ. 🔷ວຽກງານປະເມີນ-ປະເມີນຜົນການລົງທຶນຂອງລັດ ແລະ ວຽກງານການຈັດຊື້້-ຈັດຈ້າງດ້ວຍທຶນຂອງລັດ ທັງສອງວຽກນີ້ຖືວ່າເປັນວຽກທີ່ສຳຄັນ, ຕິດພັນໂດຍກົງກັບການນໍາໃຊ້ງົບປະມານຂອງລັດ ແນໃສ່ຄຸ້ມຄອງໂຄງການລົງທຶນຂອງລັດ ແລະ ການນຳໃຊ້ທຶນຂອງລັດໃຫ້ມີຄວາມສອດຄ່ອງ, ມີປະສິດທິຜົນ, ມີປະສິດທິພາບ, ປະ ຢັດ, ຍຸຕິທຳ, ໂປ່ງໃສ, ບົນພຶ້ນຖານ ລະບຽບການ, ມີນິຕິກຳທີ່ເປັນບ່ອນອີງ ເປັນຕົ້ນ: ກົດໝາຍວ່າດ້ວຍການລົງທຶນຂອງລັດ, ຄໍາແນະນໍາກ່ຽວກັບການຈັດຕັ້ງປະຕິບັດວຽກງານປະເມີນຜົນໂຄງການລົງທຶນຂອງລັດ, ກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ສະບັບເລກທີ 30/ສພຊ, ລົງວັນທີ 2 ພະຈິກ 2017 ແລະ ຄໍາແນະນໍາກົດໝາຍ ສະບັບເລກທີ 0477/ກງ, ລົງວັນທີ 13 ກຸມພາ 2019 ນອກນັ້ນ, ກໍ່ມີຄູ່ມືຈັດຊື້-ຈັດຈ້າງ, ແບບຟອມເອກະສານການປະມູນ, ເອກະສານປະເມີນຜົນການເປີດຊອງປະມູນ, ມີເວບໄຊຈັດຊື້-ຈັດຈ້າງ ແລະ ແບບຟອມຕ່າງໆ ທີ່ຕິດພັນຂັ້ນຕອນ ແລະ ຂະບວນການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ. 🔷ວຽກງານປະເມີນຜົນໂຄງການລົງທຶນຂອງລັດ ເປັນວຽກທີ່ມີລັດຖະບານໃຫ້ຄວາມສຳຄັນ ເພື່ອເຮັດໃຫ້ການລົງທຶນຂອງລັດດຳເນີນໄປຢ່າງຖືກຕ້ອງ ສອດຄອງກັບ, ກົດໝາຍ, ນະໂຍບາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ມີຄວາມຍືນຍົງ ແລະ ມີຄວາມໂປງໃສ, ວຽກງານການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ການສະໜອງວັດຖຸອຸປະກອນ ແລະ ສິ່ງອຳນວຍຄວາມສະດວກໃຫ້ແກ່ການກໍ່ສ້າງພື້ນຖານໂຄງລ່າງ ເພື່ອຮັບປະກັນໃຫ້ວຽກງານດັ່ງກ່າວເຄື່ອນໄຫວຢ່າງມີປະສິດທິ ພາບ ແລະ ປະສິດທິຜົນສູງ.
ໃນວັນທີ 25-31 ທັນວາ 2025, ກົມປະເມີນ ແລະ ການຈັດຊື້-ຈັດຈ້າງ, ໄດ້ຈັດກອງປະຊຸມຝຶກອົບຮົມວຽກງານປະເມີນຜົນ ແລະ ການຈັດຊື້້-ຈັດຈ້າງ, ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ອຸດາລອນ ສີໂພວົງ ຮອງຫົວໜ້າກົມປະເມີນ ແລະ ການຈັດຊື້-ຈັດຈ້າງ, ທ່ານ ນາງ ສຸລິດາວັນ ແກ້ວວິໄລວັນ ຮອງຫົວໜ້າ ພະແນກການເງິນນະຄອນຫຼວງວຽງຈັນ, ມີຜູ້ຕາງໜ້າຈາກຫ້ອງວ່າການປົກຄອງເມືອງ 9 ຕົວເມືອງ, ພະແນກການ, ອົງການທຽບເທົ່າ ພ້ອມທັງຂະແໜງການກ່ຽວ ຂ້ອງອ້ອມຂ້າງນະຄອນຫຼວງເຂົ້າຮ່ວມ. 🔷 ໂອກາດນີ້, ທ່ານ ນາງ ອຸດາລອນ ສີໂພວົງ ໄດ້ມີຄຳເຫັນວ່າ: ກອງປະຊຸມຝຶກອົບຮົມວຽກງານປະເມີນຜົນ ແລະ ການຈັດຊື້້-ຈັດຈ້າງ ຈະເປັນພື້ນຖານອັນດີໃຫ້ແກ່ທຸກພາກສ່ວນ ໄດ້ນຳໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດວຽກງານດັ່ງ ກ່າວໃນຂົງເຂດຄວາມຮັບຜິດຊອບຂອງບັນດາທ່ານ ໂດຍສະເພາະແມ່ນບັນດາຂະແໜງການອ້ອມຂ້າງແຂວງ. 🔷ວຽກງານປະເມີນ-ປະເມີນຜົນການລົງທຶນຂອງລັດ ແລະ ວຽກງານການຈັດຊື້້-ຈັດຈ້າງດ້ວຍທຶນຂອງລັດ ທັງສອງວຽກນີ້ຖືວ່າເປັນວຽກທີ່ສຳຄັນ, ຕິດພັນໂດຍກົງກັບການນໍາໃຊ້ງົບປະມານຂອງລັດ ແນໃສ່ຄຸ້ມຄອງໂຄງການລົງທຶນຂອງລັດ ແລະ ການນຳໃຊ້ທຶນຂອງລັດໃຫ້ມີຄວາມສອດຄ່ອງ, ມີປະສິດທິຜົນ, ມີປະສິດທິພາບ, ປະ ຢັດ, ຍຸຕິທຳ, ໂປ່ງໃສ, ບົນພຶ້ນຖານ ລະບຽບການ, ມີນິຕິກຳທີ່ເປັນບ່ອນອີງ ເປັນຕົ້ນ: ກົດໝາຍວ່າດ້ວຍການລົງທຶນຂອງລັດ, ຄໍາແນະນໍາກ່ຽວກັບການຈັດຕັ້ງປະຕິບັດວຽກງານປະເມີນຜົນໂຄງການລົງທຶນຂອງລັດ, ກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ສະບັບເລກທີ 30/ສພຊ, ລົງວັນທີ 2 ພະຈິກ 2017 ແລະ ຄໍາແນະນໍາກົດໝາຍ ສະບັບເລກທີ 0477/ກງ, ລົງວັນທີ 13 ກຸມພາ 2019 ນອກນັ້ນ, ກໍ່ມີຄູ່ມືຈັດຊື້-ຈັດຈ້າງ, ແບບຟອມເອກະສານການປະມູນ, ເອກະສານປະເມີນຜົນການເປີດຊອງປະມູນ, ມີເວບໄຊຈັດຊື້-ຈັດຈ້າງ ແລະ ແບບຟອມຕ່າງໆ ທີ່ຕິດພັນຂັ້ນຕອນ ແລະ ຂະບວນການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ. 🔷ວຽກງານປະເມີນຜົນໂຄງການລົງທຶນຂອງລັດ ເປັນວຽກທີ່ມີລັດຖະບານໃຫ້ຄວາມສຳຄັນ ເພື່ອເຮັດໃຫ້ການລົງທຶນຂອງລັດດຳເນີນໄປຢ່າງຖືກຕ້ອງ ສອດຄອງກັບ, ກົດໝາຍ, ນະໂຍບາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ມີຄວາມຍືນຍົງ ແລະ ມີຄວາມໂປງໃສ, ວຽກງານການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ການສະໜອງວັດຖຸອຸປະກອນ ແລະ ສິ່ງອຳນວຍຄວາມສະດວກໃຫ້ແກ່ການກໍ່ສ້າງພື້ນຖານໂຄງລ່າງ ເພື່ອຮັບປະກັນໃຫ້ວຽກງານດັ່ງກ່າວເຄື່ອນໄຫວຢ່າງມີປະສິດທິ ພາບ ແລະ ປະສິດທິຜົນສູງ.
ວັນທີອອກຂ່າວ: 31-12-2025