ppmd_samd@mof.gov.la 021 263-252

ຝຶກອົບຮົມ ເຜີຍແຜ່ວຽກງານປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ ທີ່ແຂວງໄຊສົມບູນ

2 ອາທິດຜ່ານມາ

    ໃນລະຫວ່າງວັນທີ 15-19 ທັນວາ 2025, ກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ກະຊວງການເງິນ ໄດ້ຈັດຊຸດຝຶກອົບຮົມ ເຜີຍແຜ່ວຽກງານປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ ໃຫ້ແກ່ບັນດາຂະແໜງການກ່ຽວຂ້ອງ ທີ່ແຂວງໄຊສົມບູນ ໂດຍການເປັນປະທານຮ່ວມຂອງທ່ານ ໄຊຍະວົງ ຈິດຕະວົງ ຫົວໜ້າພະແນກການເງິນ ແຂວງໄຊສົມບູນ ແລະ ທ່ານ ວິລະພັນ ດວງທອງຄໍາ ຮອງຫົວໜ້າກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ, ມີຄະນະຮັບຜິດຊອບ ຈາກກະຊວງການເງິນ, ຄະນະພະແນກ, ບັນດາຂະແໜງການພາຍໃນພະແນກການເງິນແຂວງ ແລະ ຂະແໜງການອ້ອມຂ້າງແຂວງໄຊສົມບູນ ເຂົ້າຮ່ວມ. ໃນພິທີເປີດຊຸດຝຶກອົບຮົມຄັ້ງນີ້, ທ່ານ ໄຊຍະວົງ ຈິດຕະວົງ ໄດ້ສະແດງຄວາມຂອບໃຈ ຄະນະພັກ, ຄະນະນໍາ ກະຊວງການເງິນ ກໍຄືຄະນະຮັບຜິດຊອບຈາກກະຊວງ ທີ່ໄດ້ມາເຜີຍແຜ່ຄວາມຮູ້ ກ່ຽວກັບການປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ ແລະ ແນະນໍາການຂຽນບົດສະເໜີໂຄງການລົງທຶນຂອງລັດ ຢູ່ແຂວງໄຊສົມບູນ ໂດຍສະເພາະແມ່ນສ້າງໃຫ້ບັນດາພະແນກການອ້ອມຂ້າງແຂວງ ໃຫ້ມີຄວາມເຂັ້ມແຂງໃນວຽກງານຈັດຊື້-ຈັດຈ້າງ ແລະ ຮັບປະກັນໃນການຂຽນບົດສະເໜີໂຄງການຢູ່ຂັ້ນແຂວງ ແລະ ຂັ້ນເມືອງ ເພື່ອຈັດຕັ້ງປະຕິບັດວຽກງານປະເມີນຜົນ ແລະ ກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງ ຢ່າງເຂັ້ມງວດ ແລະ ນໍາໄປພັດທະນາຂະແໜງຕົນ ໃຫ້ມີປະສິດທິພາບ ປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມ ກໍຄືໃຫ້ບັນລຸຕາມແຜນພັດທະນາຂອງແຂວງໄຊສົມບູນ ທີ່ຈະສຸມໃສ່ຈັດຕັ້ງປະຕິບັດ ໃນປີຕໍ່ໜ້າ. ພ້ອມດຽວກັນນີ້, ທ່ານ ວິລະພັນ ດວງທອງຄໍາ ໄດ້ໃຫ້ຮູ້ວ່າຕື່ມວ່າ: ຊຸດຝຶກອົບຮົມຄັ້ງນີ້ ແມ່ນຂັ້ນຕອນການຈັດຕັ້ງປະຕິບັດວຽກງານປະເມີນຜົນ ແລະ ກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ ທີ່ຄະນະວິຊາການຈາກສູນກາງ ໄດ້ນຳມາຖ່າຍທອດບົດຮຽນ ໂດຍຜ່ານການຈັດຕັ້ງປະຕິບັດຕົວຈິງ ຕັ້ງແຕ່ເລີ່ມຕົ້ນການຂຽນບົດໂຄງການລົງທຶນຂອງລັດ, ການກະກຽມການສ້າງແຜນການຈັດຊື້-ຈັດຈ້າງ, ການນຳໃຊ້ ແລະ ການກະກຽມເອກະສານປະມູນ, ການປະກາດ, ການເປີດຊອງ, ການສ້າງບົດລາຍງານການປະມູນ, ການຮັບຮອງ, ການເຊັນສັນຍາ ແລະ ການຄຸ້ມຄອງການປະຕິບັດສັນຍາດ້ວຍທຶນຂອງລັດ. ພ້ອມກັນນີ້ ທ່ານ ຮອງຫົວໜ້າກົມ ຍັງໄດ້ໃຫ້ຮູ້ຕື່ມວ່າ: ໃນຕໍ່ໜ້າ, ພວກເຮົາຈະສູ້ຊົນປັບປຸງວຽກງານການປະມູນແບບເປີດກວ້າງແຂ່ງຂັນ ຜ່ານລະບົບເອັກໂຕຣນິກ (ດີຈິຕອນ) ເພື່ອຄວາມໂປ່ງໃສ ແລະ ສາມາດກວດສອບໄດ້. ສຳລັບການຝຶກອົບຮົມ ຈະໄດ້ຮັບຟັງການນຳສະເໜີເອກະສານສຳຄັນ ເປັນຕົ້ນແມ່ນ: ພາບລວມການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ, ນຳສະເໜີກ່ຽວກັບການຄຸ້ມຄອງ ແລະ ນຳໃຊ້ເວັບໄຊ້ ຈັດຊື້-ຈັດຈ້າງ www.ppmd.mof.gov.la ສ້າງບັນຊີເຂົ້າໃຊ້ບັນດາຂະແໜງການ, ນຳສະເໜີການສ້າງແຜນການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ, ນຳສະເໜີເອກະສານການປະມູນ 4 ສະບັບ ເອກະພາບ ປີ 2021 ແລະ ວິທີການນຳໃຊ້, ນຳສະເໜີແບບຟອມຕ່າງໆ ທີ່ຕິດພັນກັບການຈັດຕັ້ງປະຕິບັດການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ແລະ ຂັ້ນຕອນການຈັດຕັ້ງປະຕິບັດ, ນອກນັ້ນ ຍັງໄດ້ນຳສະເໜີການສ້າງບົດລາຍງານການປະເມີນຜົນການປະມູນ (ປະເພດການກໍ່ສ້າງ, ສ້ອມແປງ ແລະ ການຈັດຊື້ສິນຄ້າ) ແລະ ນຳສະເໜີວຽກງານການຄຸ້ມຄອງການປະຕິບັດສັນຍາຈັດຊື້-ຈັດຈ້າງ, ພ້ອມດ້ວຍບັນດາເອກະສານອື່ນໆ ໃນການປະເມີນຜົນໂຄງການກ່ອນການລົງທຶນຂອງລັດນຳອີກດ້ວຍ. ການຝຶກອົບຮົມ ແລະ ເຜີຍແຜ່ ຄັ້ງນີ້ ແມ່ນໄດ້ຮັບການສະໜັບສະໜູນໂດຍ ໂຄງການປັບປຸງການຄຸ້ມຄອງການເງິນແຫ່ງລັດ ໄລຍະ 3 ຈາກກະຊວງການຕ່າງປະເທດ ແລະ ການຄ້າ ອົດສະຕຣາລີ ແລະ ສະຫະພາບເອີລົບ ຜ່ານທະນາຄານໂລກ.

ວັນທີອອກຂ່າວ: 19-12-2025