ຝຶກອົບຮົມວຽກງານການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ຢູ່ກົມຄຸ້ມຄອງ ແລະ ພັດທະນາທີ່ດິນ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ
5 ມື້ຜ່ານມາໃນວັນທີ 24 ທັນວາ 2025 ເວລາ 80:30-16:00 ໂມງ ທີ່ຫ້ອງປະຊຸມຊັ້ນ 04 ກົມຄຸ້ມຄອງ ແລະ ພັດທະນາທີ່ດິນ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ຈັດການຝຶກອົບຮົມ ວຽກງານການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ເຊັ່ນ: ກົດໜາຍວ່າດ້ວຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ, ຄໍາແນະນໍາການຈັດຕັ້ງປະຕິບັດກົດໜາຍວ່າດ້ວຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ, 04 ເອກະສານປະມູນ ສະບັບເອກະພາບ ປີ 2021 ແລະ ມາດຖານການຂຽນບົດລາຍງານການປະເມີນສໍາລັບການຈັດຊື້ສີນຄ້າ ຫລື ການບໍລິການວຽກງານ ເອກະສານປະມູນເປີດກວ້າງສຳລັບການຈັດຊື້ການກໍ່ສ້າງ ແລະ/ຫຼື ສ້ອມແປງ ແລະ ໄດ້ແນະນໍາການຈັດຕັ້ງປະຕິບັດການນໍາໃຊ້ຕົວຈິງດ້ານເອກະສານການປະມູນ ແລະ ຂັ້ນຕອນການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ນັບແຕ່ຕັ້ງການນໍາໃຊ້ຊຸດເອກະສານການປະມູນສະບັບເອກະພາບ ຈົນຮອດຂັ້ນຕອນການປະກອບເອກະສານສຳເລັດການຈັດຊື້-ຈັດຈ້າງ ໃຫ້ແກ່ພະນັກງານ-ລັດຖະກອນ ຈາກບັນດາກົມ, ພະແນກ ແລະ ສູນຂອງ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ. ພາຍໃຕ້ການເປັນປະທານຂອງທ່ານ ປອ ລີວາເມັງ ລີບົວປາວ ຮອງຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີ່ດິນ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ແລະ ໂດຍການບັນລະຍາຍ ຂອງທ່ານ ພວງສຸວັນ ລົດຖິ່ນໄຊ ວິຊາການ ພະແນກຄຸ້ມຄອງການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ກະຊວງການເງິນ. ຈຸດປະສົງຂອງການຝຶກອົບຮົມ ແມ່ນເພື່ອເຮັດໃຫ້ບັນດາຜູ້ເຂົ້າຮ່ວມທັງໝົດເຂົ້າໃຈເລີກເຊິງດ້ານການນໍາໃຊ້ເອກະສານ ແລະ ຂັ້ນຕອນການຈັດຕັ້ງປະຕິບັດວຽກຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ.
ໃນວັນທີ 24 ທັນວາ 2025 ເວລາ 80:30-16:00 ໂມງ ທີ່ຫ້ອງປະຊຸມຊັ້ນ 04 ກົມຄຸ້ມຄອງ ແລະ ພັດທະນາທີ່ດິນ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ຈັດການຝຶກອົບຮົມ ວຽກງານການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ເຊັ່ນ: ກົດໜາຍວ່າດ້ວຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ, ຄໍາແນະນໍາການຈັດຕັ້ງປະຕິບັດກົດໜາຍວ່າດ້ວຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ, 04 ເອກະສານປະມູນ ສະບັບເອກະພາບ ປີ 2021 ແລະ ມາດຖານການຂຽນບົດລາຍງານການປະເມີນສໍາລັບການຈັດຊື້ສີນຄ້າ ຫລື ການບໍລິການວຽກງານ ເອກະສານປະມູນເປີດກວ້າງສຳລັບການຈັດຊື້ການກໍ່ສ້າງ ແລະ/ຫຼື ສ້ອມແປງ ແລະ ໄດ້ແນະນໍາການຈັດຕັ້ງປະຕິບັດການນໍາໃຊ້ຕົວຈິງດ້ານເອກະສານການປະມູນ ແລະ ຂັ້ນຕອນການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ນັບແຕ່ຕັ້ງການນໍາໃຊ້ຊຸດເອກະສານການປະມູນສະບັບເອກະພາບ ຈົນຮອດຂັ້ນຕອນການປະກອບເອກະສານສຳເລັດການຈັດຊື້-ຈັດຈ້າງ ໃຫ້ແກ່ພະນັກງານ-ລັດຖະກອນ ຈາກບັນດາກົມ, ພະແນກ ແລະ ສູນຂອງ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ. ພາຍໃຕ້ການເປັນປະທານຂອງທ່ານ ປອ ລີວາເມັງ ລີບົວປາວ ຮອງຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີ່ດິນ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ແລະ ໂດຍການບັນລະຍາຍ ຂອງທ່ານ ພວງສຸວັນ ລົດຖິ່ນໄຊ ວິຊາການ ພະແນກຄຸ້ມຄອງການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ກະຊວງການເງິນ. ຈຸດປະສົງຂອງການຝຶກອົບຮົມ ແມ່ນເພື່ອເຮັດໃຫ້ບັນດາຜູ້ເຂົ້າຮ່ວມທັງໝົດເຂົ້າໃຈເລີກເຊິງດ້ານການນໍາໃຊ້ເອກະສານ ແລະ ຂັ້ນຕອນການຈັດຕັ້ງປະຕິບັດວຽກຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ.
ວັນທີອອກຂ່າວ: 24-12-2025