ppmd_samd@mof.gov.la 021 263-252

ຝຶກອົບຮົມ ເຜີຍແຜ່ວຽກງານປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ ທີ່ແຂວງຊຽງຂວາງ

5 ມື້ຜ່ານມາ

    ໃນວັນທີ 22-26 ທັນວາ 2025, ກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ກະຊວງການເງິນ ໄດ້ຈັດຊຸດຝຶກອົບຮົມ ເຜີຍແຜ່ວຽກງານປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ ໃຫ້ແກ່ບັນດາຂະແໜງການກ່ຽວຂ້ອງ ທີ່ແຂວງຊຽງຂວາງ ໂດຍການເປັນປະທານຮ່ວມຂອງ ທ່ານ ວິລະພັນ ດວງທອງຄໍາ ຮອງຫົວໜ້າກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ແລະ ທ່ານ ສົມບັດ ຊົງວິໄລ ຮອງຫົວຫນ້າພະແນກການເງິນ ແຂວງຊຽງຂວາງ, ມີຄະນະຮັບຜິດຊອບ ຈາກກະຊວງການເງິນ, ບັນດາຂະແໜງການພາຍໃນພະແນກການເງິນແຂວງ ແລະ ຂະແໜງການອ້ອມຂ້າງແຂວງຊຽງຂວາງ ເຂົ້າຮ່ວມ. ທ່ານ ວິລະພັນ ດວງທອງຄໍາ ໃຫ້ຮູ້ວ່າ: ຊຸດຝຶກອົບຮົມຄັ້ງນີ້ ແມ່ນຂັ້ນຕອນການຈັດຕັ້ງປະຕິບັດວຽກງານປະເມີນຜົນ ແລະ ກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ ທີ່ຄະນະວິຊາການຈາກສູນກາງ ໄດ້ນຳມາຖ່າຍທອດບົດຮຽນ ໂດຍຜ່ານການຈັດຕັ້ງປະຕິບັດຕົວຈິງ ຕັ້ງແຕ່ເລີ່ມຕົ້ນການຂຽນບົດໂຄງການລົງທຶນຂອງລັດ, ການກະກຽມການສ້າງແຜນການຈັດຊື້-ຈັດຈ້າງ, ການນຳໃຊ້ ແລະ ການກະກຽມເອກະສານປະມູນ, ການປະກາດ, ການເປີດຊອງ, ການສ້າງບົດລາຍງານການປະມູນ, ການຮັບຮອງ, ການເຊັນສັນຍາ ແລະ ການຄຸ້ມຄອງການປະຕິບັດສັນຍາດ້ວຍທຶນຂອງລັດ. ພ້ອມກັນນີ້ ທ່ານ ຮອງຫົວໜ້າກົມ ຍັງໄດ້ໃຫ້ຮູ້ຕື່ມວ່າ: ໃນຕໍ່ໜ້າ, ພວກເຮົາຈະສູ້ຊົນປັບປຸງວຽກງານການປະມູນແບບເປີດກວ້າງແຂ່ງຂັນ ຜ່ານລະບົບເອັກໂຕຣນິກ (ດີຈິຕອນ) ເພື່ອຄວາມໂປ່ງໃສ ແລະ ສາມາດກວດສອບໄດ້. ນອກຈາກນີ້ ຍັງໄດ້ຮຽກຮ້ອງມາຍັງນັກສໍາມະນາກອນ ກໍຄືຂະແໜງການທີ່ກ່ຽວຂ້ອງ ໃຫ້ເອົາໃຈໃສ່ສຶກສາ, ຮຽນຮູ້ ແລະ ພ້ອມກັນແລກປ່ຽນຄວາມຄິດເຫັນ ຕໍ່ບັນດານິຕິກໍາ ແລະ ບົດຮຽນໃນການຝຶກອົບຮົມຄັ້ງນີ້ ໃຫ້ໄດ້ຮັບໝາກຜົນສູງສຸດ ເພື່ອຈັດຕັ້ງປະຕິບັດວຽກງານປະເມີນຜົນ ແລະ ກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງ ຢ່າງເຂັ້ມງວດ, ເຕັມຮູບແບບຢ່າງມີປະສິດທິພາບ ແລະ ເອກະພາບກັນໃນຂອບເຂດທົ່ວປະເທດ. ສຳລັບການຝຶກອົບຮົມ ຈະໄດ້ຮັບຟັງການນຳສະເໜີເອກະສານສຳຄັນ ເປັນຕົ້ນແມ່ນ: ພາບລວມການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ, ນຳສະເໜີກ່ຽວກັບການຄຸ້ມຄອງ ແລະ ນຳໃຊ້ເວັບໄຊ້ ຈັດຊື້-ຈັດຈ້າງ www.ppmd.mof.gov.la ສ້າງບັນຊີເຂົ້າໃຊ້ບັນດາຂະແໜງການ, ນຳສະເໜີການສ້າງແຜນການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ, ນຳສະເໜີເອກະສານການປະມູນ 4 ສະບັບ ເອກະພາບ ປີ 2021 ແລະ ວິທີການນຳໃຊ້, ນຳສະເໜີແບບຟອມຕ່າງໆ ທີ່ຕິດພັນກັບການຈັດຕັ້ງປະຕິບັດການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ແລະ ຂັ້ນຕອນການຈັດຕັ້ງປະຕິບັດ, ນອກນັ້ນ ຍັງໄດ້ນຳສະເໜີການສ້າງບົດລາຍງານການປະເມີນຜົນການປະມູນ (ປະເພດການກໍ່ສ້າງ, ສ້ອມແປງ ແລະ ການຈັດຊື້ສິນຄ້າ) ແລະ ນຳສະເໜີວຽກງານການຄຸ້ມຄອງການປະຕິບັດສັນຍາຈັດຊື້-ຈັດຈ້າງ, ພ້ອມດ້ວຍບັນດາເອກະສານອື່ນໆ ໃນການປະເມີນຜົນໂຄງການກ່ອນການລົງທຶນຂອງລັດນຳອີກດ້ວຍ. ການຝຶກອົບຮົມ ແລະ ເຜີຍແຜ່ ຄັ້ງນີ້ ແມ່ນໄດ້ຮັບການສະໜັບສະໜູນໂດຍ ໂຄງການປັບປຸງການຄຸ້ມຄອງການເງິນແຫ່ງລັດ ໄລຍະ 3 ຈາກກະຊວງການຕ່າງປະເທດ ແລະ ການຄ້າ ອົດສະຕຣາລີ ແລະ ສະຫະພາບເອີລົບ ຜ່ານທະນາຄານໂລກ.

ວັນທີອອກຂ່າວ: 22-12-2025