ppmd_samd@mof.gov.la 021 263-252

ຝຶກອົບຮົມວຽກງານປະເມີນຜົນ ແລະ ການຈັດຊື້້-ຈັດຈ້າງ ດ້ວຍທຶນຂອງລັດ ໃຫ້ບັນດາຂະແໜງການອ້ອມຂ້າງ ແຂວງອັດຕະປື

1 ອາທິດຜ່ານມາ

    ໃນລະຫວ່າງວັນທີ 15 ຫາ 19 ທັນວາ 2025, ກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ກະຊວງການເງິນ ໄດ້ຈັດກອງປະຊຸມຝຶກອົບຮົມເຜີຍແຜ່ວຽກງານປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ ທີ່ແຂວງອັດຕະປື, ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ວົງມາດ ແສນດາລາ ຮອງຫົວໜ້າພະແນກການເງິນ ແຂວງອັດຕະປື ແລະ ທ່ານ ທອງປັກ ມະຫາຫິງ ຮອງຫົວໜ້າກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ, ມີຄະນະຮັບຜິດຊອບ ຈາກກະຊວງການເງິນ ແລະ ຫົວໜ້າພະແນກ, ຮອງຫົວໜ້າພະແນກການອ້ອມຂ້າງແຂວງ, ບັນດາຂະແໜງການອ້ອມຂ້າງແຂວງ ແລະ ບັນດາຂະແໜງພາຍໃນພະແນກການເງິນ ແຂວງອັດຕະປື ເຂົ້າຮ່ວມ. ການຈັດກອງປະຊຸມຝຶກອົບຮົມດັ່ງກ່າວ ໄດ້ຮັບການສະໜັບສະໜູນໂດຍ ໂຄງການປັບປຸງການຄຸ້ມຄອງການເງິນແຫ່ງລັດ ໄລຍະ 3 ຈາກກະຊວງການຕ່າງປະເທດ ແລະ ການຄ້າ ອົດສະຕຣາລີ ແລະ ສະຫະພາບເອີລົບ ຜ່ານທະນາຄານໂລກ. ການຈັດກອງປະຊຸມຄັ້ງນີ້ ຈຸດປະສົງແມ່ນເພື່ອເປັນການຝຶກອົບຮົມ ເຜີຍແຜ່ວຽກງານປະເມີນຜົນ ແລະ ວຽກງານຈັດຊື້-ຈັດຈ້າງດ້ວຍທຶນຂອງລັດໃຫ້ບັນດາຂະແໜງການອ້ອມຂ້າງແຂວງອັດຕະປື; ແນໃສ່ເຮັດໃຫ້ຜູ້ຮັບຜິດຊອບວຽກຕົວຈິງ ໄດ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບບັນດານິຕິກໍາ, ແບບຟອມ, ຄໍາແນະນໍາ, ແຈ້ງການ ເອກະສານການປະມູນ, ເອກະສານການປະເມີນຜົນ ເຊິ່ງເປັນການຈັດຕັ້ງປະຕິບັດຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງການເງິນ ສະບັບເລກທີ 3648/ກງ, ລົງວັນທີ 17 ຕຸລາ 2025 ແລະ ແຈ້ງການຂອງຫ້ອງການກະຊວງການເງິນ ສະບັບເລກທີ 3385/ຫກ, ລົງວັນທີ 28 ຕຸລາ 2025. ໃນກອງປະຊຸມຝຶກອົບຮົມ ໄດ້ມີການນໍາສະເໜີບັນດາເອກະສານສໍາຄັນ ເປັນຕົ້້ນ: ນໍາສະເໜີພາບລວມ ການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ການຈັດຕັ້ງປະຕິບັດວຽກງານການຈັດຊື້-ຈັດຈ້າງ ຢູ່ ສປປ ລາວ, ບັນດານິຕິກຳ, ຫຼັກການ ແລະ ລະບຽບການຕ່າງໆທີ່ຕິດພັນກັບວຽກງານການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ; ການຄຸ້ມຄອງ ແລະ ນໍາໃຊ້ ເວບໄຊຈັດຊື້-ຈັດຈ້າງ www.ppmd.mof.gov.la ; ການສ້າງແຜນການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ແລະ ການນໍາໃຊ້ແບບຟອມໃນການສ້າງແຜນແຕ່ລະເອກະສານ ແລະ ເອກະສານກ່ຽວກັບການປະມູນ 4 ສະບັບ ເອກະພາບ ປີ 2021 ແລະ ວິທີການນຳໃຊ້; ພ້ອມທັງບັນດາແບບຟອມຕ່າງໆ ທີ່ຕິດພັນກັບການຈັດຕັ້ງປະຕິບັດການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ແລະ ຂັ້ນຕອນການຈັດຕັ້ງປະຕິບັດ; ການນໍາໃຊ້ແບບຟອມບົດບັນທຶກເປີດຊອງປະມູນ ແລະ ລາຍງານການປະເມີນຜົນການປະມູນປະເພດການກໍ່ສ້າງ ແລະ ການບໍລິການວຽກງານ, ການສະໜອງສິນຄ້າ ແລະ ການບໍລິການວຽກງານ; ແລະ ເອກະສານອື່ນໆ ທີ່ກ່ຽວຂ້ອງກັບວຽກງານການປະເມີນຜົນ. ໂອກາດດັ່ງກ່າວ, ປະທານກອງປະຊຸມ ໄດ້ມີຄໍາເຫັນຕໍ່ກອງປະຊຸມຝຶກອົບຮົມ ໂດຍໃຫ້ເຫັນໄດ້ຄວາມໝາຍຄວາມສໍາຄັນ ຂອງວຽກງານປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ພ້ອມທັງເນັ້ນໃຫ້ທຸກພາກສ່ວນ ຈົ່ງໄດ້ນໍາເອົາຄວາມຮູ້ທີ່ໄດ້ຈາກນັກວິທະຍາກອນ ແລະ ບັນດາຂັ້ນຕອນ, ລະບຽບການ ນິຕິກໍາຕ່າງໆ ນໍາໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດວຽກງານໃນຂົງເຂດຄວາມຮັບຜິດຊອບຂອງບັນດາຂະແໜງການຂອງຕົນ ໃຫ້ມີຜົນສໍາເລັດ.

ວັນທີອອກຂ່າວ: 18-12-2025