ppmd_samd@mof.gov.la 021 263-252

ຝຶກອົບຮົມເຜີຍແຜ່ວຽກງານປະເມີນຜົນ ແລະ ການຈັດຊື້ຈັດຈ້າງດ້ວຍທຶນຂອງລັດ ທີ່ແຂວງວຽງຈັນ

1 ອາທິດຜ່ານມາ

    ໃນລະຫວ່າງ ວັນທີ 15 ຫາ 19 ທັນວາ 2025, ໄດ້ຈັດພິທີຝຶກອົບຮົມເຜີຍແຜ່ວຽກງານວຽກງານປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ ໃຫ້ແກ່ບັນດາຂະແໜງການກ່ຽວຂ້ອງ ທີ່ແຂວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ສົມບູນ ແກ່ນປະເສີດ ຮອງຫົວໜ້າກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ກະຊວງການເງິນ, ມີ ທ່ານ ແສງຈັນ ດາລາວົງ ຮອງຫົວຫນ້າພະແນກການເງິນ ແຂວງວຽງຈັນ, ພ້ອມດ້ວຍຄະນະຮັບຜິດຊອບ ຈາກກະຊວງການເງິນ ແລະ ຫົວໜ້າພະແນກ, ຮອງຫົວໜ້າພະແນກການອ້ອມຂ້າງແຂວງ, ມີບັນດາຂະແໜງການອ້ອມຂ້າງແຂວງ ແລະ ຂະແໜງພາຍໃນພະແນກການເງິນ ແຂວງວຽງຈັນ ເຂົ້າຮ່ວມ. ຊຸດຝຶກອົບຮົມຄັ້ງນີ້, ເຊິ່ງແມ່ນຂັ້ນຕອນການຈັດຕັ້ງປະຕິບັດວຽກງານປະເມີນຜົນ ແລະ ກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດທີ່ຄະນະວິຊາການຈາກສູນກາງ ໄດ້ນຳມາຖ່າຍທອດບົດຮຽນ ໂດຍຜ່ານການຈັດຕັ້ງປະຕິບັດຕົວຈິງ ແຕ່ເລີ່ມຕົ້ນການຂຽນບົດໂຄງການລົງທຶນຂອງລັດ, ການກະກຽມການສ້າງແຜນການຈັດຊື້-ຈັດຈ້າງ, ການນຳໃຊ້ ແລະ ການກະກຽມເອກະສານປະມູນ, ການປະກາດ, ການເປີດຊອງ, ການສ້າງບົດລາຍງານການປະມູນ, ການຮັບຮອງ, ການເຊັນສັນຍາ ແລະ ການຄຸ້ມຄອງການປະຕິບັດສັນຍາດ້ວຍທຶນຂອງລັດ. ໃນກອງປະຊຸມທ່ານ ສົມບູນ ແກ່ນປະເສີດ ໄດ້ມີຄຳເຫັນແນະນຳ ເພື່ອຕອບສະໜອງ ແລະ ປະຕິບັດຕາມນະໂຍບາຍຂອງລັດຖະບານ ເປັນຕົ້ນແມ່ນ ວາລະແຫ່ງຊາດ, ນະໂຍບາຍຕ້ານການຟຸມເຟືອຍ ແລະ ປະຢັດງົບປະມານແຫ່ງລັດ ຈຶ່ງຮຽກຮ້ອງມາຍັງ ທຸກພາກສ່ວນທີ່ກ່ຽວຂ້ອງ ໃຫ້ເອົາໃຈໃສ່ ຈັດຕັ້ງປະຕິບັດວຽກງານປະເມີນຜົນ ແລະ ກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງ ຢ່າງເຂັ້ມງວດ, ເຕັມຮູບແບບ ແລະ ເອກະພາບກັນໃນຂອບເຂດທົ່ວປະເທດ. ສຳລັບການຝຶກອົບຮົມ ຈະໄດ້ຮັບຟັງການນຳສະເໜີເອກະສານ ເຊິ່ງໃນນັ້ນປະກອບມີຫົວຂໍ້ສຳຄັນເປັນຕົ້ນແມ່ນ: ການສະເໜີພາບລວມການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ, ການນຳສະເໜີກ່ຽວກັບການຄຸ້ມຄອງ ແລະ ນຳໃຊ້ເວັບໄຊ ຈັດຊື້-ຈັດຈ້າງ www.ppmd.mof.gov.la ສ້າງບັນຊີເຂົ້າໃຊ້ບັນບັນດາຂະແໜງການ, ນຳສະເໜີການສ້າງແຜນການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ, ນຳສະເໜີເອກະສານການປະມູນ 4 ສະບັບ ເອກະພາບ ປີ 2021 ແລະ ວິທີການນຳໃຊ້, ນຳສະເໜີແບບຟອມຕ່າງໆ ທີ່ຕິດພັນກັບການຈັດຕັ້ງປະຕິບັດການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ແລະ ຂັ້ນຕອນການຈັດຕັ້ງປະຕິບັດ, ນອກນັ້ນຍັງໄດ້ ນຳສະເໜີການສ້າງບົດລາຍງານການປະເມີນຜົນການປະມູນ (ປະເພດການກໍ່ສ້າງ, ສ້ອມແປງ ແລະ ການຈັດຊື້ສິນຄ້າ) ແລະ ນຳສະເໜີວຽກງານການຄຸ້ມຄອງການປະຕິບັດສັນຍາຈັດຊື້-ຈັດຈ້າງ, ພ້ອມດ້ວຍບັນດາເອກະສານອື່ນໆ ໃນການປະເມີນຜົນໂຄງການກ່ອນການລົງທຶນຂອງລັດນຳອີກດ້ວຍ. ການຈັດກອງປະຊຸມຝຶກອົບຮົມດັ່ງກ່າວ ແມ່ນໄດ້ຮັບການສະໜັບສະໜູນໂດຍ ໂຄງການປັບປຸງການຄຸ້ມຄອງການເງິນແຫ່ງລັດ ໄລຍະ 3 ຈາກກະຊວງການຕ່າງປະເທດ ແລະ ການຄ້າ ອົດສະຕຣາລີ ແລະ ສະຫະພາບເອີລົບ ຜ່ານທະນາຄານໂລກ.



    ນລະຫວ່າງ ວັນທີ 15 ຫາ 19 ທັນວາ 2025, ໄດ້ຈັດພິທີຝຶກອົບຮົມເຜີຍແຜ່ວຽກງານວຽກງານປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ ໃຫ້ແກ່ບັນດາຂະແໜງການກ່ຽວຂ້ອງ ທີ່ແຂວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ສົມບູນ ແກ່ນປະເສີດ ຮອງຫົວໜ້າກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ກະຊວງການເງິນ, ມີ ທ່ານ ແສງຈັນ ດາລາວົງ ຮອງຫົວຫນ້າພະແນກການເງິນ ແຂວງວຽງຈັນ, ພ້ອມດ້ວຍຄະນະຮັບຜິດຊອບ ຈາກກະຊວງການເງິນ ແລະ ຫົວໜ້າພະແນກ, ຮອງຫົວໜ້າພະແນກການອ້ອມຂ້າງແຂວງ, ມີບັນດາຂະແໜງການອ້ອມຂ້າງແຂວງ ແລະ ຂະແໜງພາຍໃນພະແນກການເງິນ ແຂວງວຽງຈັນ ເຂົ້າຮ່ວມ. ຊຸດຝຶກອົບຮົມຄັ້ງນີ້, ເຊິ່ງແມ່ນຂັ້ນຕອນການຈັດຕັ້ງປະຕິບັດວຽກງານປະເມີນຜົນ ແລະ ກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດທີ່ຄະນະວິຊາການຈາກສູນກາງ ໄດ້ນຳມາຖ່າຍທອດບົດຮຽນ ໂດຍຜ່ານການຈັດຕັ້ງປະຕິບັດຕົວຈິງ ແຕ່ເລີ່ມຕົ້ນການຂຽນບົດໂຄງການລົງທຶນຂອງລັດ, ການກະກຽມການສ້າງແຜນການຈັດຊື້-ຈັດຈ້າງ, ການນຳໃຊ້ ແລະ ການກະກຽມເອກະສານປະມູນ, ການປະກາດ, ການເປີດຊອງ, ການສ້າງບົດລາຍງານການປະມູນ, ການຮັບຮອງ, ການເຊັນສັນຍາ ແລະ ການຄຸ້ມຄອງການປະຕິບັດສັນຍາດ້ວຍທຶນຂອງລັດ. ໃນກອງປະຊຸມທ່ານ ສົມບູນ ແກ່ນປະເສີດ ໄດ້ມີຄຳເຫັນແນະນຳ ເພື່ອຕອບສະໜອງ ແລະ ປະຕິບັດຕາມນະໂຍບາຍຂອງລັດຖະບານ ເປັນຕົ້ນແມ່ນ ວາລະແຫ່ງຊາດ, ນະໂຍບາຍຕ້ານການຟຸມເຟືອຍ ແລະ ປະຢັດງົບປະມານແຫ່ງລັດ ຈຶ່ງຮຽກຮ້ອງມາຍັງ ທຸກພາກສ່ວນທີ່ກ່ຽວຂ້ອງ ໃຫ້ເອົາໃຈໃສ່ ຈັດຕັ້ງປະຕິບັດວຽກງານປະເມີນຜົນ ແລະ ກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງ ຢ່າງເຂັ້ມງວດ, ເຕັມຮູບແບບ ແລະ ເອກະພາບກັນໃນຂອບເຂດທົ່ວປະເທດ. ສຳລັບການຝຶກອົບຮົມ ຈະໄດ້ຮັບຟັງການນຳສະເໜີເອກະສານ ເຊິ່ງໃນນັ້ນປະກອບມີຫົວຂໍ້ສຳຄັນເປັນຕົ້ນແມ່ນ: ການສະເໜີພາບລວມການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ, ການນຳສະເໜີກ່ຽວກັບການຄຸ້ມຄອງ ແລະ ນຳໃຊ້ເວັບໄຊ ຈັດຊື້-ຈັດຈ້າງ www.ppmd.mof.gov.la ສ້າງບັນຊີເຂົ້າໃຊ້ບັນບັນດາຂະແໜງການ, ນຳສະເໜີການສ້າງແຜນການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ, ນຳສະເໜີເອກະສານການປະມູນ 4 ສະບັບ ເອກະພາບ ປີ 2021 ແລະ ວິທີການນຳໃຊ້, ນຳສະເໜີແບບຟອມຕ່າງໆ ທີ່ຕິດພັນກັບການຈັດຕັ້ງປະຕິບັດການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ແລະ ຂັ້ນຕອນການຈັດຕັ້ງປະຕິບັດ, ນອກນັ້ນຍັງໄດ້ ນຳສະເໜີການສ້າງບົດລາຍງານການປະເມີນຜົນການປະມູນ (ປະເພດການກໍ່ສ້າງ, ສ້ອມແປງ ແລະ ການຈັດຊື້ສິນຄ້າ) ແລະ ນຳສະເໜີວຽກງານການຄຸ້ມຄອງການປະຕິບັດສັນຍາຈັດຊື້-ຈັດຈ້າງ, ພ້ອມດ້ວຍບັນດາເອກະສານອື່ນໆ ໃນການປະເມີນຜົນໂຄງການກ່ອນການລົງທຶນຂອງລັດນຳອີກດ້ວຍ. ການຈັດກອງປະຊຸມຝຶກອົບຮົມດັ່ງກ່າວ ແມ່ນໄດ້ຮັບການສະໜັບສະໜູນໂດຍ ໂຄງການປັບປຸງການຄຸ້ມຄອງການເງິນແຫ່ງລັດ ໄລຍະ 3 ຈາກກະຊວງການຕ່າງປະເທດ ແລະ ການຄ້າ ອົດສະຕຣາລີ ແລະ ສະຫະພາບເອີລົບ ຜ່ານທະນາຄານໂລກ.



ວັນທີອອກຂ່າວ: 17-12-2025