ppmd_samd@mof.gov.la 021 263-252

ຝຶກອົບຮົມວຽກງານປະເມີນຜົນ ແລະ ການຈັດຊື້້-ຈັດຈ້າງ ດ້ວຍທຶນຂອງລັດ ໃຫ້ບັນດາຂະແໜງການອ້ອມຂ້າງ ແຂວງເຊກອງ

3 ມື້ຜ່ານມາ

    ໃນວັນທີ 11-17 ທັນວາ 2025, ທີ່ແຂວງເຊກອງ ໄດ້ຈັດກອງປະຊຸມຝຶກອົບຮົມເຜີຍແຜ່ວຽກງານວຽກງານປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ ໃຫ້ແກ່ບັນດາຂະ ແໜງການກ່ຽວຂ້ອງ ແຂວງເຊກອງ, ໂດຍການເປັນປະທານຮ່ວມຂອງ ທ່ານ ສຸກັນ ວໍລະປັນໄຊ ຮອງຫົວໜ້າພະແນກການເງິນ ແຂວງເຊກອງ, ທ່ານ ທອງປັກ ມະຫາຫິງ ຮອງຫົວໜ້າກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ກະຊວງການເງິນ, ພ້ອມດ້ວຍວິທະຍາກອນ ແລະ ນັກສຳມະນາກອນ, ຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງ ພາຍໃນແຂວງເຊກອງ ເຂົ້າຮ່ວມ. ຊຸດຝຶກອົບຮົມຄັ້ງນີ້, ເຊິ່ງແມ່ນຂັ້ນຕອນການຈັດຕັ້ງປະຕິບັດວຽກງານປະເມີນຜົນ ແລະ ກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດທີ່ຄະນະວິຊາການຈາກສູນກາງ ໄດ້ນຳມາຖ່າຍທອດບົດຮຽນ ໂດຍຜ່ານການຈັດຕັ້ງປະຕິບັດຕົວຈິງ ແຕ່ເລີ່ມຕົ້ນການຂຽນບົດໂຄງການລົງທຶນຂອງລັດ, ການກະກຽມການສ້າງແຜນການຈັດຊື້-ຈັດຈ້າງ, ການນຳໃຊ້ ແລະ ການກະກຽມເອກະສານປະມູນ, ການປະກາດ, ການເປີດຊອງ, ການສ້າງບົດລາຍງານການປະມູນ, ການຮັບຮອງ, ການເຊັນສັນຍາ ແລະ ການຄຸ້ມຄອງການປະຕິບັດສັນຍາດ້ວຍທຶນຂອງລັດ. ໃນກອງປະຊຸມທ່ານ ທອງປັກ ມະຫາຫິງ ໄດ້ມີຄຳເຫັນແນະນຳ ເພື່ອຕອບສະໜອງ ແລະ ປະຕິບັດຕາມນະໂຍບາຍຂອງລັດຖະບານ ເປັນຕົ້ນແມ່ນ ວາລະແຫ່ງຊາດ, ນະໂຍບາຍຕ້ານການຟຸມເຟືອຍ ແລະ ປະຢັດງົບປະມານແຫ່ງລັດ ຈຶ່ງຮຽກຮ້ອງມາຍັງ ທຸກພາກສ່ວນທີ່ກ່ຽວຂ້ອງ ໃຫ້ເອົາໃຈໃສ່ ຈັດຕັ້ງປະຕິບັດວຽກງານປະເມີນຜົນ ແລະ ກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງ ຢ່າງເຂັ້ມງວດ, ເຕັມຮູບແບບ ແລະ ເອກະພາບກັນໃນຂອບເຂດທົ່ວປະເທດ, ການຝຶກອົບຮົມຈະໄດ້ໃຊ້ເວລາ 05 ວັນລັດຖະການ ເຊິ່ງໃນນັ້ນປະກອບມີຫົວຂໍ້ສຳຄັນເປັນຕົ້ນແມ່ນ: ການສະເໜີພາບລວມການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ, ການນຳສະເໜີກ່ຽວກັບການຄຸ້ມຄອງ ແລະ ນຳໃຊ້ເວັບໄຊ ຈັດຊື້-ຈັດຈ້າງ ສ້າງບັນຊີເຂົ້າໃຊ້ບັນບັນດາຂະແໜງການ, ນຳສະເໜີການສ້າງແຜນການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ, ນຳສະ ເໜີເອກະສານການປະມູນ 4 ສະບັບ ເອກະພາບ ປີ 2021 ແລະ ວິທີການນຳໃຊ້, ນຳສະເໜີແບບຟອມຕ່າງໆ ທີ່ຕິດພັນກັບການຈັດຕັ້ງປະຕິບັດການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ແລະ ຂັ້ນຕອນການຈັດຕັ້ງປະຕິບັດ. ນອກນັ້ນຍັງໄດ້, ນຳສະເໜີການສ້າງບົດລາຍງານການປະເມີນຜົນການປະມູນ (ປະເພດການກໍ່ສ້າງ, ສ້ອມແປງ ແລະ ການຈັດຊື້ສິນຄ້າ) ແລະ ນຳສະເໜີວຽກງານການຄຸ້ມຄອງການປະຕິບັດສັນຍາຈັດຊື້-ຈັດຈ້າງ, ພ້ອມດ້ວຍບັນດາເອກະສານອື່ນໆ ໃນການປະເມີນຜົນໂຄງການກ່ອນການລົງທຶນຂອງລັດນຳອີກດ້ວຍ.

ວັນທີອອກຂ່າວ: 11-12-2025