ຝຶກອົບຮົມວຽກງານປະເມີນຜົນ ແລະ ການຈັດຊື້້-ຈັດຈ້າງ ດ້ວຍທຶນຂອງລັດ ໃຫ້ບັນດາຂະແໜງການອ້ອມຂ້າງ ແຂວງຫົວພັນ
3 ມື້ຜ່ານມາໃນວັນທີ 08-12 ທັນວາ 2025 ທີ່ແຂວງຫົວພັນ, ກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ກະຊວງການເງິນ ໄດ້ຈັດກອງປະຊຸມຝຶກອົບຮົມວຽກງານປະເມີນຜົນ ແລະ ການຈັດຊື້້-ຈັດຈ້າງ ດ້ວຍທຶນຂອງລັດ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ລຸນທອງເພັດໄຊສົມພັນ ຮອງຫົວໜ້າພະແນກການເງິນ ແຂວງຫົວພັນ ແລະ ທ່ານ ວິລະພັນ ດວງທອງຄຳ ຮອງຫົວໜ້າກົມປະເມີນຜົນ ແລະ ຈັດຊື້-ຈັດຈ້າງ, ມີນັກວິທະຍາກອນ ຈາກກະຊວງການເງິນ ແລະ ນັກສໍາມະນາກອນ ຈາກພະແນກການເງິນ ແຂວງ ແລະ ບັນດາຂະແໜງການອ້ອມຂ້າງແຂວງ ຫົວພັນ ເຂົ້າຮ່ວມ. ກອງປະຊຸມຝຶກອົບຮົມດັ່ງກ່າວ ໄດ້ຮັບການສະໜັບສະໜູນໂດຍ ໂຄງການປັບປຸງການຄຸ້ມຄອງການເງິນແຫ່ງລັດ ໄລຍະ 3 ຈາກກະຊວງການຕ່າງປະເທດ ແລະ ການຄ້າ ອົດສະຕຣາລີ ແລະ ສະຫະພາບເອີລົບ ຜ່ານທະນາຄານໂລກ. ວຽກງານປະເມີນຜົນ ການລົງທຶນຂອງລັດ ແລະ ວຽກງານການຈັດຊື້້-ຈັດຈ້າງ ດ້ວຍທຶນຂອງລັດ ເປັນວຽກທີ່ສຳຄັນ, ຕິດພັນໂດຍກົງກັບການນໍາໃຊ້ງົບປະມານຂອງລັດ ແນ່ໃສ່ຄຸ້ມຄອງໂຄງການລົງທຶນຂອງລັດ ແລະ ການນໍາໃຊ້ທຶນຂອງລັດໃຫ້ມີຄວາມສອດຄ່ອງ, ມີປະສິດທິຜົນ, ມີປະສິດທິພາບ, ປະຢັດ, ຍຸຕິທຳ, ໂປ່ງໃສ, ສາມາດກວດສອບໄດ້ ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ກໍ່ຄື ແຫ່ງຊາດ. ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວຢູ່ບົນພື້ນຖານ ລະບຽບການ, ນິຕິກຳທີ່ເປັນບ່ອນອີງ ເປັນຕົ້ນແມ່ນ: ກົດໝາຍວ່າດ້ວຍການລົງທຶນຂອງລັດ, ຄໍາແນະນໍາກ່ຽວກັບການຈັດຕັ້ງປະຕິບັດວຽກງານປະເມີນຜົນໂຄງການລົງທຶນຂອງລັດ, ກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ແລະ ຄໍາແນະນໍາກົດໝາຍ ສະບັບເລກທີ 0477/ກງ, ລົງວັນທີ 13 ກຸມພາ 2019 ນອກນັ້ນ, ກໍ່ມີຄູ່ມືຈັດຊື້-ຈັດຈ້າງ, ແບບຟອມເອກະສານການປະມູນ, ເອກະສານປະເມີນຜົນການເປີດຊອງປະມູນ, ມີເວບໄຊຈັດຊື້-ຈັດຈ້າງ ແລະ ແບບຟອມຕ່າງໆ ທີ່ຕິດພັນຂັ້ນຕອນ ແລະ ຂະບວນການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ. ຊຸດຝຶກອົບຮົມຄັ້ງນີ້ ໄດ້ນຳສະເໜີກ່ຽວກັບພາບລວມ, ຫຼັກການ ແລະ ລະບຽບການຕ່າງໆ ທີ່ຕິດພັນກັບວຽກງານຈັດຊື້-ຈັດຈ້າງ ນິຕິກໍາທີ່ເປັນບ່ອນອີງ ແລະ ບັນດາເອກະສານການປະມູນ ສະບັບເອກະພາບ ປີ 2021 ແລະ ວິທີການນໍາໃຊ້, ການນໍາໃຊ້ແບບຟອມຕ່າງໆ ທີ່ຕິດພັນກັບການຈັດຕັ້ງປະຕິບັດການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ແລະ ຂັ້ນຕອນຈັດຕັ້ງປະຕິບັດ, ການຄຸ້ມຄອງການປະຕິບັດສັນຍາຈັດຊື້-ຈັດຈ້າງ, ການຄຸ້ມຄອງ ແລະ ນໍາໃຊ້ເວບໄຊ໌ຈັດຊື້-ຈັດຈ້າງ, ຫຼັກການ ການຂຽນໂຄງການລົງທຶນຂອງລັດ ແລະ ແບບຟອມບົດສະເໜີໂຄງການລົງທຶນຂອງລັດ ລວມທັງແນະນໍາວິທີການຂຽນບົດສະເໜີໂຄງການກັບແແບບຟອມຕົວຈິງ ໂດຍສະເພາະແມ່ນແບບຟອມບົດສະເໜີໂຄງການກໍ່ສ້າງສ້ອມແປງ ແລະ ໂຄງການສະໜອງວັດຖຸອຸປະກອນ, 5 ມາດຖານການປະເມີນຜົນໂຄງການລົງທຶນຂອງລັດ. ໂອກາດດັ່ງກ່າວ, ປະທານກອງປະຊຸມ ໄດ້ມີຄໍາເຫັນຕໍ່ກອງປະຊຸມຝຶກອົບຮົມ ໂດຍໃຫ້ເຫັນໄດ້ຄວາມໝາຍຄວາມສໍາຄັນ ຂອງວຽກງານປະເມີນຜົນ ແລະ ການຈັດຊື້້-ຈັດຈ້າງ ດ້ວຍທຶນຂອງລັດ ເຊິ່ງຈະເປັນພື້ນຖານອັນດີ ໃຫ້ແກ່ທຸກພາກສ່ວນ ໄດ້ນຳໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃນຂົງເຂດຄວາມຮັບຜິດຊອບຂອງບັນດາຂະແໜງການອ້ອມຂ້າງແຂວງ. ທັງເນັ້ນໃຫ້ ຕັ້ງໜ້າຮັບເອົາຄວາມຮູ້, ບົດຮຽນ, ຕັ້ງຄຳຖາມເຈາະຈີ້ມ ແລະ ປະກອບຄຳເຫັນດ້ວຍຄວາມຮັບຜິດຊອບສູງ ເພື່ອນໍາເອົາຄວາມຮູ້ ແລະ ປະສົບການຈາກຜູ້ບັນຍາຍນຳໄປຜັນຂະຫຍາຍ ແລະ ນຳໃຊ້ເຂົ້າໃນໜ້າວຽກຕົວຈິງ ຢ່າງມີປະສິດທິຜົນ ແລະ ເຫັນຜົນປະໂຫຍດສູງສຸດ.
ໃນວັນທີ 08-12 ທັນວາ 2025 ທີ່ແຂວງຫົວພັນ, ກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ກະຊວງການເງິນ ໄດ້ຈັດກອງປະຊຸມຝຶກອົບຮົມວຽກງານປະເມີນຜົນ ແລະ ການຈັດຊື້້-ຈັດຈ້າງ ດ້ວຍທຶນຂອງລັດ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ລຸນທອງເພັດໄຊສົມພັນ ຮອງຫົວໜ້າພະແນກການເງິນ ແຂວງຫົວພັນ ແລະ ທ່ານ ວິລະພັນ ດວງທອງຄຳ ຮອງຫົວໜ້າກົມປະເມີນຜົນ ແລະ ຈັດຊື້-ຈັດຈ້າງ, ມີນັກວິທະຍາກອນ ຈາກກະຊວງການເງິນ ແລະ ນັກສໍາມະນາກອນ ຈາກພະແນກການເງິນ ແຂວງ ແລະ ບັນດາຂະແໜງການອ້ອມຂ້າງແຂວງ ຫົວພັນ ເຂົ້າຮ່ວມ. ກອງປະຊຸມຝຶກອົບຮົມດັ່ງກ່າວ ໄດ້ຮັບການສະໜັບສະໜູນໂດຍ ໂຄງການປັບປຸງການຄຸ້ມຄອງການເງິນແຫ່ງລັດ ໄລຍະ 3 ຈາກກະຊວງການຕ່າງປະເທດ ແລະ ການຄ້າ ອົດສະຕຣາລີ ແລະ ສະຫະພາບເອີລົບ ຜ່ານທະນາຄານໂລກ. ວຽກງານປະເມີນຜົນ ການລົງທຶນຂອງລັດ ແລະ ວຽກງານການຈັດຊື້້-ຈັດຈ້າງ ດ້ວຍທຶນຂອງລັດ ເປັນວຽກທີ່ສຳຄັນ, ຕິດພັນໂດຍກົງກັບການນໍາໃຊ້ງົບປະມານຂອງລັດ ແນ່ໃສ່ຄຸ້ມຄອງໂຄງການລົງທຶນຂອງລັດ ແລະ ການນໍາໃຊ້ທຶນຂອງລັດໃຫ້ມີຄວາມສອດຄ່ອງ, ມີປະສິດທິຜົນ, ມີປະສິດທິພາບ, ປະຢັດ, ຍຸຕິທຳ, ໂປ່ງໃສ, ສາມາດກວດສອບໄດ້ ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ກໍ່ຄື ແຫ່ງຊາດ. ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວຢູ່ບົນພື້ນຖານ ລະບຽບການ, ນິຕິກຳທີ່ເປັນບ່ອນອີງ ເປັນຕົ້ນແມ່ນ: ກົດໝາຍວ່າດ້ວຍການລົງທຶນຂອງລັດ, ຄໍາແນະນໍາກ່ຽວກັບການຈັດຕັ້ງປະຕິບັດວຽກງານປະເມີນຜົນໂຄງການລົງທຶນຂອງລັດ, ກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ແລະ ຄໍາແນະນໍາກົດໝາຍ ສະບັບເລກທີ 0477/ກງ, ລົງວັນທີ 13 ກຸມພາ 2019 ນອກນັ້ນ, ກໍ່ມີຄູ່ມືຈັດຊື້-ຈັດຈ້າງ, ແບບຟອມເອກະສານການປະມູນ, ເອກະສານປະເມີນຜົນການເປີດຊອງປະມູນ, ມີເວບໄຊຈັດຊື້-ຈັດຈ້າງ ແລະ ແບບຟອມຕ່າງໆ ທີ່ຕິດພັນຂັ້ນຕອນ ແລະ ຂະບວນການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ. ຊຸດຝຶກອົບຮົມຄັ້ງນີ້ ໄດ້ນຳສະເໜີກ່ຽວກັບພາບລວມ, ຫຼັກການ ແລະ ລະບຽບການຕ່າງໆ ທີ່ຕິດພັນກັບວຽກງານຈັດຊື້-ຈັດຈ້າງ ນິຕິກໍາທີ່ເປັນບ່ອນອີງ ແລະ ບັນດາເອກະສານການປະມູນ ສະບັບເອກະພາບ ປີ 2021 ແລະ ວິທີການນໍາໃຊ້, ການນໍາໃຊ້ແບບຟອມຕ່າງໆ ທີ່ຕິດພັນກັບການຈັດຕັ້ງປະຕິບັດການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ແລະ ຂັ້ນຕອນຈັດຕັ້ງປະຕິບັດ, ການຄຸ້ມຄອງການປະຕິບັດສັນຍາຈັດຊື້-ຈັດຈ້າງ, ການຄຸ້ມຄອງ ແລະ ນໍາໃຊ້ເວບໄຊ໌ຈັດຊື້-ຈັດຈ້າງ, ຫຼັກການ ການຂຽນໂຄງການລົງທຶນຂອງລັດ ແລະ ແບບຟອມບົດສະເໜີໂຄງການລົງທຶນຂອງລັດ ລວມທັງແນະນໍາວິທີການຂຽນບົດສະເໜີໂຄງການກັບແແບບຟອມຕົວຈິງ ໂດຍສະເພາະແມ່ນແບບຟອມບົດສະເໜີໂຄງການກໍ່ສ້າງສ້ອມແປງ ແລະ ໂຄງການສະໜອງວັດຖຸອຸປະກອນ, 5 ມາດຖານການປະເມີນຜົນໂຄງການລົງທຶນຂອງລັດ. ໂອກາດດັ່ງກ່າວ, ປະທານກອງປະຊຸມ ໄດ້ມີຄໍາເຫັນຕໍ່ກອງປະຊຸມຝຶກອົບຮົມ ໂດຍໃຫ້ເຫັນໄດ້ຄວາມໝາຍຄວາມສໍາຄັນ ຂອງວຽກງານປະເມີນຜົນ ແລະ ການຈັດຊື້້-ຈັດຈ້າງ ດ້ວຍທຶນຂອງລັດ ເຊິ່ງຈະເປັນພື້ນຖານອັນດີ ໃຫ້ແກ່ທຸກພາກສ່ວນ ໄດ້ນຳໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃນຂົງເຂດຄວາມຮັບຜິດຊອບຂອງບັນດາຂະແໜງການອ້ອມຂ້າງແຂວງ. ທັງເນັ້ນໃຫ້ ຕັ້ງໜ້າຮັບເອົາຄວາມຮູ້, ບົດຮຽນ, ຕັ້ງຄຳຖາມເຈາະຈີ້ມ ແລະ ປະກອບຄຳເຫັນດ້ວຍຄວາມຮັບຜິດຊອບສູງ ເພື່ອນໍາເອົາຄວາມຮູ້ ແລະ ປະສົບການຈາກຜູ້ບັນຍາຍນຳໄປຜັນຂະຫຍາຍ ແລະ ນຳໃຊ້ເຂົ້າໃນໜ້າວຽກຕົວຈິງ ຢ່າງມີປະສິດທິຜົນ ແລະ ເຫັນຜົນປະໂຫຍດສູງສຸດ.
ວັນທີອອກຂ່າວ: 11-12-2025