ຝຶກອົບຮົມເຜີຍແຜ່ວຽກງານປະເມີນຜົນ ແລະ ການຈັດຊື້ຈັດຈ້າງດ້ວຍທຶນຂອງລັດ ໃຫ້ຂະແໜງການກ່ຽວຂ້ອງ ແຂວງບໍລິຄຳໄຊ
1 ອາທິດຜ່ານມາໃນວັນທີ 04-10 ທັນວາ 2025, ທີ່ຫ້ອງວ່າການແຂວງບໍລິຄຳໄຊ, ກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ກະຊວງການເງິນ ໄດ້ຈັດພິທີເປີດຝຶກອົບຮົມເຜີຍແຜ່ວຽກງານປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ ໃຫ້ບັນດາຂະແໜງການກ່ຽວຂ້ອງຂອງແຂວງບໍລິຄຳໄຊ, ໂດຍການເປັນປະທານຂອງ ທ່ານ ສົມບູນ ແກ່ນປະເສີດ ຮອງຫົວໜ້າກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ກະຊວງການເງິນ, ມີ ທ່ານ ພັນແສງ ວິພາວັນ ຫົວໜ້າພະແນກການເງິນ ແຂວງບໍລິຄຳໄຊ, ພ້ອມດ້ວຍວິທະຍາກອນ ແລະ ນັກສຳມະນາກອນ, ຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງພາຍໃນແຂວງບໍລິຄຳໄຊເຂົ້າຮ່ວມ. ຊຸດຝຶກອົບຮົມຄັ້ງນີ້ ແມ່ນຈະໄດ້ນຳສະເໜີກ່ຽວກັບຂັ້ນຕອນການຈັດຕັ້ງປະຕິບັດວຽກງານປະເມີນຜົນ ແລະ ກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ ທີ່ຄະນະວິຊາການຈາກສູນກາງ ໄດ້ນຳມາຖ່າຍທອດບົດຮຽນ ໂດຍຜ່ານການຈັດຕັ້ງປະຕິບັດຕົວຈິງ ແຕ່ເລີ່ມຕົ້ນການຂຽນບົດໂຄງການລົງທຶນຂອງລັດ, ການກະກຽມການສ້າງແຜນການຈັດຊື້-ຈັດຈ້າງ, ການນຳໃຊ້ ແລະ ການກະກຽມເອກະສານປະມູນ, ການປະກາດ, ການເປີດຊອງ, ການສ້າງບົດລາຍງານການປະມູນ, ການຮັບຮອງ, ການເຊັນສັນຍາ ແລະ ການຄຸ້ມຄອງການປະຕິບັດສັນຍາດ້ວຍທຶນຂອງລັດ. ໃນກອງປະຊຸມທ່ານ ສົມບູນ ແກ່ນປະເສີດ ໄດ້ມີຄຳເຫັນແນະນຳ ເພື່ອຕອບສະໜອງ ແລະ ປະຕິບັດຕາມນະໂຍບາຍຂອງລັດຖະບານ ເປັນຕົ້ນແມ່ນ ວາລະແຫ່ງຊາດ, ນະໂຍບາຍຕ້ານການຟຸມເຟືອຍ ແລະ ປະຢັດງົບປະມານແຫ່ງລັດ ຈຶ່ງຮຽກຮ້ອງມາຍັງ ທຸກພາກສ່ວນທີ່ກ່ຽວຂ້ອງ ໃຫ້ເອົາໃຈໃສ່ ຈັດຕັ້ງປະຕິບັດວຽກງານປະເມີນຜົນ ແລະ ກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງ ຢ່າງເຂັ້ມງວດ, ເຕັມຮູບແບບ ແລະ ເອກະພາບກັນໃນຂອບເຂດທົ່ວປະເທດ. ການຝຶກອົບຮົມນີ້ ຈະໄດ້ດຳເນີນເປັນເວລາ 05 ວັນລັດຖະການ ເຊິ່ງໃນນັ້ນປະກອບມີຫົວຂໍ້ສຳຄັນ ເປັນຕົ້ນແມ່ນ: ການສະເໜີພາບລວມການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ, ການນຳສະເໜີກ່ຽວກັບການຄຸ້ມຄອງ ແລະ ນຳໃຊ້ເວັບໄຊ ຈັດຊື້-ຈັດຈ້າງ ສ້າງບັນຊີເຂົ້າໃຊ້ບັນດາຂະແໜງການ, ນຳສະເໜີການສ້າງແຜນການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ, ນຳສະເໜີເອກະສານການປະມູນ 4 ສະບັບ ເອກະພາບ ປີ 2021 ແລະ ວິທີການນຳໃຊ້, ນຳສະເໜີແບບຟອມຕ່າງໆ ທີ່ຕິດພັນກັບການຈັດຕັ້ງປະຕິບັດການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ ແລະ ຂັ້ນຕອນການຈັດຕັ້ງປະຕິບັດ. ພ້ອມນັ້ນ ຍັງໄດ້ນຳສະເໜີການສ້າງບົດລາຍງານການປະເມີນຜົນການປະມູນ (ປະເພດການກໍ່ສ້າງ, ສ້ອມແປງ ແລະ ການຈັດຊື້ສິນຄ້າ) ແລະ ນຳສະເໜີວຽກງານການຄຸ້ມຄອງການປະຕິບັດສັນຍາຈັດຊື້-ຈັດຈ້າງ ແລະ ບັນດາເອກະສານອື່ນໆ ໃນການປະເມີນຜົນໂຄງການກ່ອນການລົງທຶນຂອງລັດ ຕື່ມອີກ.
ໃນວັນທີ 04-10 ທັນວາ 2025, ທີ່ຫ້ອງວ່າການແຂວງບໍລິຄຳໄຊ, ກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ກະຊວງການເງິນ ໄດ້ຈັດພິທີເປີດຝຶກອົບຮົມເຜີຍແຜ່ວຽກງານປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ ໃຫ້ບັນດາຂະແໜງການກ່ຽວຂ້ອງຂອງແຂວງບໍລິຄຳໄຊ, ໂດຍການເປັນປະທານຂອງ ທ່ານ ສົມບູນ ແກ່ນປະເສີດ ຮອງຫົວໜ້າກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ກະຊວງການເງິນ, ມີ ທ່ານ ພັນແສງ ວິພາວັນ ຫົວໜ້າພະແນກການເງິນ ແຂວງບໍລິຄຳໄຊ, ພ້ອມດ້ວຍວິທະຍາກອນ ແລະ ນັກສຳມະນາກອນ, ຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງພາຍໃນແຂວງບໍລິຄຳໄຊເຂົ້າຮ່ວມ. ຊຸດຝຶກອົບຮົມຄັ້ງນີ້ ແມ່ນຈະໄດ້ນຳສະເໜີກ່ຽວກັບຂັ້ນຕອນການຈັດຕັ້ງປະຕິບັດວຽກງານປະເມີນຜົນ ແລະ ກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ ທີ່ຄະນະວິຊາການຈາກສູນກາງ ໄດ້ນຳມາຖ່າຍທອດບົດຮຽນ ໂດຍຜ່ານການຈັດຕັ້ງປະຕິບັດຕົວຈິງ ແຕ່ເລີ່ມຕົ້ນການຂຽນບົດໂຄງການລົງທຶນຂອງລັດ, ການກະກຽມການສ້າງແຜນການຈັດຊື້-ຈັດຈ້າງ, ການນຳໃຊ້ ແລະ ການກະກຽມເອກະສານປະມູນ, ການປະກາດ, ການເປີດຊອງ, ການສ້າງບົດລາຍງານການປະມູນ, ການຮັບຮອງ, ການເຊັນສັນຍາ ແລະ ການຄຸ້ມຄອງການປະຕິບັດສັນຍາດ້ວຍທຶນຂອງລັດ. ໃນກອງປະຊຸມທ່ານ ສົມບູນ ແກ່ນປະເສີດ ໄດ້ມີຄຳເຫັນແນະນຳ ເພື່ອຕອບສະໜອງ ແລະ ປະຕິບັດຕາມນະໂຍບາຍຂອງລັດຖະບານ ເປັນຕົ້ນແມ່ນ ວາລະແຫ່ງຊາດ, ນະໂຍບາຍຕ້ານການຟຸມເຟືອຍ ແລະ ປະຢັດງົບປະມານແຫ່ງລັດ ຈຶ່ງຮຽກຮ້ອງມາຍັງ ທຸກພາກສ່ວນທີ່ກ່ຽວຂ້ອງ ໃຫ້ເອົາໃຈໃສ່ ຈັດຕັ້ງປະຕິບັດວຽກງານປະເມີນຜົນ ແລະ ກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງ ຢ່າງເຂັ້ມງວດ, ເຕັມຮູບແບບ ແລະ ເອກະພາບກັນໃນຂອບເຂດທົ່ວປະເທດ. ການຝຶກອົບຮົມນີ້ ຈະໄດ້ດຳເນີນເປັນເວລາ 05 ວັນລັດຖະການ ເຊິ່ງໃນນັ້ນປະກອບມີຫົວຂໍ້ສຳຄັນ ເປັນຕົ້ນແມ່ນ: ການສະເໜີພາບລວມການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ, ການນຳສະເໜີກ່ຽວກັບການຄຸ້ມຄອງ ແລະ ນຳໃຊ້ເວັບໄຊ ຈັດຊື້-ຈັດຈ້າງ ສ້າງບັນຊີເຂົ້າໃຊ້ບັນດາຂະແໜງການ, ນຳສະເໜີການສ້າງແຜນການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ, ນຳສະເໜີເອກະສານການປະມູນ 4 ສະບັບ ເອກະພາບ ປີ 2021 ແລະ ວິທີການນຳໃຊ້, ນຳສະເໜີແບບຟອມຕ່າງໆ ທີ່ຕິດພັນກັບການຈັດຕັ້ງປະຕິບັດການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ ແລະ ຂັ້ນຕອນການຈັດຕັ້ງປະຕິບັດ. ພ້ອມນັ້ນ ຍັງໄດ້ນຳສະເໜີການສ້າງບົດລາຍງານການປະເມີນຜົນການປະມູນ (ປະເພດການກໍ່ສ້າງ, ສ້ອມແປງ ແລະ ການຈັດຊື້ສິນຄ້າ) ແລະ ນຳສະເໜີວຽກງານການຄຸ້ມຄອງການປະຕິບັດສັນຍາຈັດຊື້-ຈັດຈ້າງ ແລະ ບັນດາເອກະສານອື່ນໆ ໃນການປະເມີນຜົນໂຄງການກ່ອນການລົງທຶນຂອງລັດ ຕື່ມອີກ.
ວັນທີອອກຂ່າວ: 04-12-2025