ສະຖິຕິການຈັດຊື້-ຈັດຈ້າງປະຈຳປີ 2025
ກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ, ກະຊວງການເງິນ
ກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ, ເປັນເສນາທິການໃຫ້ຫົວໜ້າກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ, ປະກອບມີ 4 ໜ່ວຍງານ: ໜ່ວຍງານນິຕິກຳ, ໜ່ວຍງານສັງລວມ ແລະ ຮັບຮອງແຜນ, ໜ່ວຍງານຕິດຕາມການຈັດຕັ້ງປະຕິບັດ ແລະ ໜ່ວຍງານແກ້ໄຂການຮ້ອງທຸກ. ໜ້າທີ່ຫຼັກຂອງພະແນກ ຈຈລ ແມ່ນຈັດຕັ້ງຜັນຂະຫຍາຍ ແລະ ໂຄສະນາເຜີຍແຜ່ນະໂຍບາຍ, ແຜນຍຸດທະສາດ ກົດໝາຍ ແລະ ລະບຽບການ ໃນວຽກງານການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ ໃຫ້ສອດຄ່ອງກັບກົດໝາຍ ສະບັບເລກທີ 30/ສພຊ ແລະ ຄຳແນະນຳການຈັດຕັ້ງປະຕິບັດກົດໝາຍ ສະບັບເລກທີ 0477/ກງ